ປະໂຫຍດ ແລະ ຂໍ້ດີຂອງການຢູ່ຄົນດຽວ ທີ່ສາມາດສ້າງສຸກໃຫ້ກັບເຮົາໄດ້ - ອິດສະຫຼະ

ປະໂຫຍດ ແລະ ຂໍ້ດີຂອງການຢູ່ຄົນດຽວ ທີ່ສາມາດສ້າງສຸກໃຫ້ກັບເຮົາໄດ້



ເຮົາອາໄສຢູ່ໃນໂລກທີ່ຕ້ອງຕິດຕໍ່ສື່ສານກັນຕະຫຼອດເວລາ ຈົນຫຼົງລືມຄວາມສຳຄັນຂອງການຢູ່ຄົນດຽວ ຄວາມສຳພັນໃນສັງຄົມຮູບແບບຕ່າງໆ ເຮັດໃຫ້ເຮົາໄດ້ໃຊ້ເວລາກັບຕົວເອງໜ້ອຍລົງ ເຖິງແມ່ນວ່າຈະມີຄົນບອກສະເໝີວ່າການເຂົ້າສັງຄົມນັ້ນເປັນເລື່ອງທີ່ດີ ແລະ ການໃຊ້ເວລາຢູ່ຮ່ວມກັບຜູ້ອື່ນເປັນສິ່ງສຳຄັນໃນການເຕີມເຕັມຊີວິດ ແຕ່ຖ້າຫຼາຍເກີນໄປກໍ່ອາດຈະບໍ່ແມ່ນເລື່ອງທີ່ດີປານໃດ

ເຊິ່ງຈະນຳສະເໝີປະໂຫຍດຂອງການຜູ້ຄົນດຽວມາໃຫ້ອ່ານ

1. ໄດ້ພັກຜ່ອນເພື່ອຟື້ນຟູ ແລະ ເຕີມພະລັງໃຫ້ຕົວເອງ: ເຮົາທຸກຄົນ ເຖິງແມ່ນວ່າຈະເປັນຄົນທີ່ມັກເຂົ້າສັງຄົມ ລ້ວນແຕ່ຕ້ອງການເວລາຟື້ນຟູ ແລະ ເຕີມພະລັງໃຫ້ຕົວເອງ ແລະ ກໍ່ຕ້ອງບໍ່ມີວິທີໃດຈະດີໄປກວ່າການໄດ້ຢູ່ພຽງລຳພັງ ຄວາມສະຫງົບເປັນສິ່ງສຳຄັນທີ່ຈະຊ່ວຍຟື້ນຟູທ່ານຈາກຄວາມຕຶງຄຽດໄດ້

2. ໄດ້ເຮັດໃນສິ່ງທີ່ຢາກເຮັດ: ການໄດ້ໃຊ້ເວລາຮ່ວມກັບຄົນອື່ນນັ້ນເປັນເລື່ອງທີ່ສາມາດສ້າງຄວາມມ່ວນຊື່ນໃຫ້ເຮົາທ່ານໄດ້ ເຊິ່ງແນ່ນອນວ່າຕ້ອງມາພ້ອມກັບການປັບຕົວໃຫ້ເຂົ້າກັບຄວາມຕ້ອງການ ແລະ ຄວາມຄິດເຫັນຂອງຄົນອື່ນໆ ໃນຂະນະທີ່ການຢູ່ຄົນດຽວຈະເຮັດໃຫ້ທ່ານມີອິດສະຫຼະໃນການເຮັດອັນໃດກໍ່ໄດ້ຕາມທີ່ຕ້ອງການ ຈະນຸ່ງເຄື່ອງແບບໃດກໍ່ໄດ້, ກິນຫຍັງກໍ່ໄດ້ ຯລຯ

3. ໄດ້ຮຽນຮູ້ທີ່ຈະເຊື່ອໃນຕົວເອງ: ອິດສະຫຼະພາບບໍ່ແມ່ນການໄດ້ເຮັດໃນສິ່ງທີ່ຢາກເຮັດ ແຕ່ຍັງເປັນການເຝິກເຊື່ອໝັ້ນໃນຕົວເອງ ແລະ ການໄດ້ຄິດ ໂດຍປາດສະຈາກຄວາມກົດດັນ ຫຼື ອິດທິພົນຈາກພາຍນອກ ມັນຊ່ວຍໃຫ້ທ່ານເຫັນຕົວເອງ, ຄວາມຄິດ ແລະ ສິ່ງທີ່ເໝາະກັບຕົວເອງຊັດເຈນຂຶ້ນ ເພາະເມື່ອຖືກອ້ອມຮອບໄປດ້ວຍຄົນອື່ນໆ ທ່ານມັກຈະຕ້ອງຕິດຕາມສັງເກດປະຕິກິລິຍາຂອງຄົນອື່ນຢູ່ຕະຫຼອດເວລາ ເພື່ອໃຫ້ຮູ້ວ່າຕົນເອງໄດ້ວາງຕົວເໝາະສົມຫຼືບໍ່ ດັ່ງນັ້ນ, ການຢູ່ຄົນດຽວຈຶ່ງເຮັດໃຫ້ທ່ານສາມາດຕໍ່ຍອດແນວຄິດຕ່າງໆໄດ້ດ້ວຍຕົວເອງ ບໍ່ຕ້ອງເປັນຫ່ວງວ່າຄົນອື່ນຈະຄິດແບບໃດ ແລະ ໄດ້ຄົ້ນພົບຄວາມສາມາດທີ່ແທ້ຈິງຂອງຕົວເອງໂດຍບໍ່ຖືກຈຳກັດດ້ວຍຄວາມຄິດຂອງຄົນອື່ນ

4. ມີຄວາມສະຫຼາດທາງອາລົມ (EQ) ສູງຂຶ້ນ: ຄວາມສະຫຼາດທາງອາລົມ ຄືການຮູ້ ແລະ ເຂົ້າໃຈອາລົມຂອງຕົວເອງ ແລະ ຜູ້ອື່ນ ຈາກການທົດສອບກັບກຸ່ມຕົວຢ່າງກວ່າໜຶ່ງລ້ານຄົນໂດຍເວັບໄຊທ໌ TalentSmart ພົບວ່າ 90% ຂອງກຸ່ມທີ່ເຮັດວຽກມີປະສິດທິພາບທີ່ສຸດມັນເປັນຄົນທີ່ມີ EQ ສູງ ທີ່ເຂົ້າໃຈ ແລະ ຮູ້ຈັກຕົວເອງ (Self-Awareness) ເປັນພື້ນຖານທີ່ຂາດບໍ່ໄດ້ ເພາະຄົນເຮົາຕ້ອງອາໄສການທົບທວນຕົວເອງຢ່າງລະອຽດຢູ່ສະເໝີ ເຊິ່ງມັກຈະເຮັດໄດ້ດີທີ່ສຸດເມື່ອໄດ້ຢູ່ຄົນດຽວຕາມລຳພັງ

5. ມີຄວາມໝັ້ນໃຈໃນຕົວເອງສູງຂຶ້ນ: ໄດ້ໃຊ້ເວລາຢູ່ກັບຕົວເອງຢ່າງມີຄວາມສຸກເປັນຕົວກະຕຸ້ນຄວາມໝັ້ນໃຈທີ່ດີ ຖ້າທ່ານຮູ້ສຶກເບື່ອນ່າຍກະວົນກະວາຍໃຈເວລາຕ້ອງຢູ່ຄົນດຽວ ນັ້ນອາດເຮັດໃຫ້ທ່ານຮູ້ສຶກວ່າຕົນເອງເປັນຕົວໜ້າເບື່ອ ແລະ ຈະມ່ວນຊື່ນໄດ້ກໍ່ຕໍ່ເມື່ອຢູ່ກັບຄົນອື່ນເທົ່ານັ້ນ ແຕ່ຖ້າທ່ານຮຽນຮູ້ທີ່ຈະມີຄວາມສຸກກັບການຢູ່ຄົນດຽວໄດ້ ທ່ານກໍ່ຈະມີຄວາມໝັ້ນໃຈຫຼາຍຂຶ້ນ ເພາະຮູ້ວ່າຕົວເອງບໍ່ໄດ້ໜ້າເບື່ອ

6. ຮູ້ສຶກດີກັບຄົນອື່ນຫຼາຍກວ່າເກົ່າ: ດັ່ງຄຳເວົ້າທີ່ວ່າ ຍິ່ງຫ່າງໄກ ຫົວໃຈຍິ່ງຜູກພັນ ການຢູ່ຄົນດຽວຈຶ່ງເປັນຊ່ວງເວລາທີ່ທ່ານຈະໄດ້ເບິ່ງຄົນຮູ້ຈັກໃນມຸມມອງໃໝ່ໆ ແລະ ໄດ້ເຫັນຄຸນຄ່າໃນຕົວຕົນ ແລະ ການກະທຳຂອງເຂົາເຈົ້າຫຼາຍຂຶ້ນກວ່າເກົ່າ

7. ເຮັດສິ່ງຕ່າງໆສຳເລັດໄດ້ຫຼາຍຂຶ້ນ: ຄວາມຄິດທີ່ວ່າ ຍິ່ງຊ່ວຍກັນຫຼາຍຄົນ ວຽກກໍ່ຍິ່ງເບົາລົງ ອາດຈະໃຊ້ໄດ້ກັບວຽກທີ່ຕ້ອງໃຊ້ແຮງງານ ແຕ່ບໍ່ສາມາດນຳໄປໃຊ້ກັບວຽກທີ່ຕ້ອງໃຊ້ຄວາມຄິດໄດ້ ເຖິງແມ່ນວ່າຈະລະດົບສະໝອງ ຫຼື Brainstorm ເຊິ່ງເປັນວິທີທີ່ນິຍົມໃຊ້ກັນນັ້ນ ໃນຄວາມຈິງແລ້ວກໍ່ບໍ່ໄດ້ຜົນດີປານໃດ ເຊິ່ງນັກວິໄຈຈາກມະຫາວິທະຍາໄລ Texas A&M ພົບວ່າ ການລະດົມສະໝອງກັນເປັນກຸ່ມບໍ່ໄດ້ເກີດປະໂຫຍດເພາະເປັນໃຫ້ເກີດ "ການຄວບງຳທາງຄວາມຄິດ" (Cognitive Fixation) ສະມາຊິກກຸ່ມມັກມີທິດທາງທີ່ຈະຍຶດຕິດກັບຄວາມຄິດຂອງຄົນອື່ນ ຈົນເຮັດໃຫ້ຄິດສິ່ງໃໝ່ໆບໍ່ອອກ ຫຼາຍຄົນກໍ່ຫຼາຍຄວາມຄິດ ດັ່ງນັ້ນ, ຢູ່ຄົນດຽວຈຶ່ງເປັນການຕັດບັນຫາເລື່ອງຄວາມຄິດທີ່ບໍ່ທຸ່ນທ່ຽງ ແລະ ຍັງເຮັດໃຫ້ວຽກສຳເລັດໄດ້ດີກວ່າ

ການຢູ່ຄົນດຽວມີປະໂຫຍດຫຼາຍກວ່າທີ່ທ່ານຄິດ ສະນັ້ນ, ຄວນຫາເວລາວ່າງໃຫ້ກັບຕົວເອງ ເພື່ອຮຽນຮູ້ ແລະ ສ້າງຄວາມເຂົ້າໃຈກັບຕົວເອງໃຫ້ຫຼາຍຂຶ້ນ.

No comments

Powered by Blogger.