ປະຊາຊົນຣູມານີ ຂັບໄລ່ລັດຖະບານທີ່ຈະຜ່ອນໂທດໃຫ້ພວກສໍ້ລາດບັງຫຼວງ - ອິດສະຫຼະ

ປະຊາຊົນຣູມານີ ຂັບໄລ່ລັດຖະບານທີ່ຈະຜ່ອນໂທດໃຫ້ພວກສໍ້ລາດບັງຫຼວງ



ສຳນັກຂ່າວຕ່າງປະເທດລາຍງນ 6 ກຸມພາ 2017: ທີ່ປະເທດຣູມານີ ປະຊາຊົນປະມານ 500,000 ຄົນ ດີນຂະບວນປະທ້ວງໄປຕາມຖະໝົນ ແລະ ຊຸມນຸມກັນທີ່ໜ້າອາຄານລັດຖະສະພາໃນນະຄອນຫຼວງບູຄາເຣສ ເມື່ອວັນອາທິດທີ່ຜ່ານມາ ເພື່ອຮຽກຮ້ອງໃຫ້ລັດຖະບານພາຍໃຕ້ການນຳຂອງທ່ານນາຍົກລັດຖະມົນຕີ ໂຊຣິນ ກຣິນເດຍນູ ລາອອກຈາກຕຳແໜ່ງທັງຄະນະ ເຖິງຈະຢູ່ໃນຕຳແໜ່ງໄດ້ພຽງ 1 ເດືອນ ເນື່ອງຈາກລັດຖະບານຕ້ອງຮັບຜິດຊອບຕໍ່ການອອກກົດໝາຍຫຼຸດຜ່ອນບົດລົງໂທດສຳລັບເຈົ້າໜ້າທີ່ທີ່ມີຄວາມຜິດຖານໃຊ້ອຳນາດບໍ່ຖືກຕ້ອງ ໂດຍລັດຖະບານສະເໜີໃຫ້ຜູ້ກະທຳຜິດຮັບໂທດຈຳຄຸກ ຫາກມູນຄ່າຄວາມເສຍຫາຍເກີນ 44,000 ເອີໂຣ.

ເຖິງແມ່ນວ່າ ທ່ານ ກຣິນເດຍນູ ຍອມຖອດຖອນກົດໝາຍດັ່ງກ່າວ ທີ່ຈະມີຜົນບັງຄັບໃຊ້ໃນວັນທີ 10 ກຸມພາ ນີ້ ເພື່ອໃຫ້ປະຊາຊົນຍອມຍຸດຕິການປະທ້ວງ ແລະ ປະທະກັບເຈົ້າໜ້າທີ່ຕະຫຼອດອາທິດທີ່ຜ່ານມາ ແຕ່ຜູ້ນຳຣູມານີອາຍຸ 42 ປີຄົນດັ່ງກ່າງ ຍັງຢືນຢັນວ່າຈະບໍ່ລາອອກຈາກຕຳແໜ່ງ ເພາະມີພາລະໜ້າທີ່ໃນການຕ້ອງຮັບຜິດຊອບຕໍ່ທຸກຄະແນນສຽງີ່ມາຈາກການເລືອກຕັ້ງໂດຍປະຊາຊົນ.

ນອກຈາກນີ້ ລັດຖະບານຂອງກຣິນເດຍນູ ຍັງມີແຜນຊຸກຍູ້ໃຫ້ເກີດຮ່າງກົດໝາຍອະໄພຍະໂທດໃຫ້ນັກໂທດ 2,500 ຄົນ ທີ່ຮັບໂທດຈຳຄຸກຍັງບໍ່ເຖິງ 5 ປີ ຍິ່ງສ້າງຄວາມບໍ່ພໍໃຈຢ່າງໜັກໃຫ້ແກ່ຝ່າຍຄ້ານ ແລະ ປະຊາຊົນຈຳນວນຫຼາຍ ຫຼັງມີລາຍງານວ່າຫາກຮ່າງກົດໝາຍຜ່ານຄວາມເຫັນຊອບຈາກສະພາ ຜູ້ທີ່ຈະໄດ້ຮັບການປ່ອຍຕົວລວມເຖິງອະດີດນາຍົກລັດຖະມົນຕີ ແລະ ນັກການເມືອງທີ່ໄດ້ຮັບໂທດຈຳຄຸກໃນຖານສໍ້ລາດບັງຫຼວງ ໃນລະຫວ່າງປີ 2014-2015.


ທັງນີ້ການປະທ້ວງຕໍ່ຕ້ານລັດຖະບານຣູມານີໃນຄັ້ງນີ້ຖືວ່າມີຄວາມຕຶງຄຽດ ແລະ ມີຜູ້ເຂົ້າຮ່ວມຫຼາຍທີ່ສຸດ ນັບຕັ້ງແຕ່ການລຸກຮືຂຶ້ນຄັ້ງຍິ່ງໃຫຍ່ຂອງປະຊາຊົນ.


No comments

Powered by Blogger.