ຈີນຕັ້ງເປົ້ານຳເຮືອບິນໂດຍສານຂະໜາດໃຫຍ່ທີ່ຜະລິດເອງອອກໃຊ້ໃຫ້ໄດ້ໃນປີນີ້ - ອິດສະຫຼະ

ຈີນຕັ້ງເປົ້ານຳເຮືອບິນໂດຍສານຂະໜາດໃຫຍ່ທີ່ຜະລິດເອງອອກໃຊ້ໃຫ້ໄດ້ໃນປີນີ້



ສຳນັກຂ່າວຕ່າງປະເທດລາຍງານ 6 ກຸມພາ 2017: ເຮືອບິນໂດຍສານຂະໜາດໃຫຍ່ທີ່ຈີນຜະລິດຂຶ້ນເອງພາຍໃນປະເທດຈະເລີ່ມຕົ້ນໃຊ້ງານຢ່າງເປັນທາງການຄັ້ງທຳອິດໃນປີນີ້ ໂດຍຈີນຕັ້ງເປົ້າເປັນຄູ່ແຂ່ງກັບບໍລິສັດຍັກໃຫຍ່ຜູ້ຜະລິດເຮືອບິນຂອງຕ່າງປະເທດເຊັ່ນ: ແອບັສ ແລະ ໂບອິ້ງ

ເຮືອບິນ C919 ຈະເລີ່ມໃຊ້ງານໃນຊ່ວງ 6 ເດືອນທຳອິດຂອງປີນີ້ ໂດຍມີການຕິດຕັ້ງລະບົບຕ່າງໆເທິງເຮືອບິນເກືອບສຳເລັດຮຽບຮ້ອຍແລ້ວ ເຮືອບິນໂດຍສານລຳນີ້ຜະລິດໂດຍບໍລິສັດ COMAC ຂອງລັດຖະບານຈີນ ເຊິ່ງກຳນົດການເດີມແມ່ນຈະເລີ່ມບິນໃນປີ 2015 ແຕ່ຕ້ອງລ່ຽນອອກໄປເພື່ອທຳການທົດສອບ ແລະ ກວດສອບເພີ່ມເຕີມ ສຳລັບຈີນແລ້ວເຮືອບິນໂດຍສານລຳນີ້ ສະແດງເຖິງຄວາມພະຍາຍາມເປັນໄລຍະເວລາຢ່າງໜ້ອຍ 8 ປີ ໃນການຫຼຸດການເພິ່ງພາບໍລິສັດຜະລິດເຮືອບິນຂອງເອີີຣົບເຊັ່ນ: ແອບັສ ແລະ ໂບອິ້ງ ຂອງສະຫະລັດ ແລະ ຍັງຫັນມາເປັນຄູ່ແຂ່ງໂດຍກົງເພື່ອຍາດແຍ່ງສ່ວນແບ່ງທາງການຕະຫຼາດກັບບໍລິສັດທັງສອງອີກດ້ວຍ ເຮືອບິນ C919 ສຳເລັດການຜະລິດໃນເດືອນພະຈິກ 2015 ຫຼັງຈາກໃຊ້ເວລາໃນການຜະລິດດົນກວ່າ 1 ປີ ໂດຍຈະສາມາດບັນທຸກຜູ້ໂດຍສານໄດ້ 168 ບ່ອນນັ່ງ ຈີນຄາດໝາຍວ່າ C919 ຈະສາມາດຍາດສ່ວນແບ່ງຕະຫຼາດຈາກໂບອິ້ງ 737 ແລະ ແອບັສ A320 ເມື່ອເດືອນພະຈິກປີທີ່ຜ່ານມາ COMAC ກ່າວວ່າໄດ້ຮັບໃບສັ່ງຊື່ເຮືອບິນດັ່ງກ່າວ 570 ລໍາຈາກລູກຄ້າ 23 ລາຍ.

No comments

Powered by Blogger.