ກະຊວງສາທາລະນະສຸກຫວຽດນາມຈະປາບຍຸງດ້ວຍຍຸງ - ອິດສະຫຼະ

ກະຊວງສາທາລະນະສຸກຫວຽດນາມຈະປາບຍຸງດ້ວຍຍຸງ



ສຳນັກຂ່າວຕ່າງປະເທດລາຍງານ 6 ກຸມພາ 2017: ກະຊວງສາທາລະນະສຸກຫວຽດນາມ ຈະປ່ອຍຍຸງເພດຜູ້ ແລະ ເພດເມຍຈຳນວນໜຶ່ງທີ່ຕິດເຊື່ອບັກເຕີຣີໂວນບາເກຍເພື່ອໃຫ້ໄປປະສົມພັນກັບຍຸງຕາມທຳມະຊາດ ເຊື້ອບັກເຕີຣີນີ້ບໍ່ເປັນອັນຕະລາຍຕໍ່ມະນຸດ ແລະ ຈະຖ່າຍທອດໄປສູ່ງຍຸງລຸ້ນຕໍ່ໆໄປ ຈົນຈຳນວນຍຸງຕາມທຳມະຊາດທີ່ຕິດເຊື້ອບັກເຕີຣີຊະນິດນີ້ມີຫຼາຍພໍຈົນບໍ່ຈຳເປັນຕ້ອງປ່ອຍອີກ ຍຸງທີ່ຕິດເຊື້ອບັກເຕີຣີໂວນບາເກຍມັກບໍ່ຖ່າຍທອດເຊື່ອໄວຣັສເມື່ອກັດຄົນ ຈຶ່ງຫຼຸດຄວາມສ່ຽງຂອງການແຜ່ລະບາດຂອງເຊື້ອໄວຣັສໄຂ້ເລືອດອອກ, ໄວຣັສຊິກາ ແລະ ໄວຣັສອື່ນໆທີ່ມີຍຸງເປັນພາຫະນຳໂລກ.

No comments

Powered by Blogger.