ມົງໂກລີອາກາດໜາວສຸດຂີດ ເຮັດໃຫ້ສັດລ້ຽງຕາຍເປັນຈຳນວນຫຼາຍ - ອິດສະຫຼະ

ມົງໂກລີອາກາດໜາວສຸດຂີດ ເຮັດໃຫ້ສັດລ້ຽງຕາຍເປັນຈຳນວນຫຼາຍ



ສຳນັກຂ່າວຕ່າງປະເທດລາຍງານ 16 ກຸມພາ 2017: ມົງໂກລີອາກາດຜັນປ່ຽນຢ່າງຮຸນແຮງສຸດຂີດ ຈາກຄວາມແຫ້ງແລ້ງໃນລະດູຮ້ອນແລ້ວເຂົ້າສູ່ລະດູໜາວທີ່ຍາວນານ, ມີຫິມະຕົກໜັກ ອຸນຫະພູມຕໍ່າລົງເຖິງ -40 ເຖິງ -50 ອົງສາເຊ.

ລະດູໜາວໃນມົງໂກລີປີນີ້ ຂ້າຊີວິດງົວ ແລະ ສັດສ້ຽງອື່ນໆໄປກວ່າ 40,000 ໂຕແລ້ວ ຄາດວ່າຕົວເລກຈະສູງຂຶ້ນອີກ ໃນໄລຍະອາກາດໜາວຈັດໃນອີກຫຼາຍເດືອນຂ້າງໜ້າຈົນເຖິງລະດູໃບໄມ້ລົ່ນສັດຕ່າງໆກໍ່ຈະຍັງອ່ອນແອຢູ່ ເຊິ່ງປະກົດການດັ່ງກ່າວຈະເກີດຂຶ້ນທຸກໆ 12 ປີ ແຕ່ຫຼ້າສຸດເກີດຂຶ້ນໃນລະດູໜາວ 2 ປີຕິດຕໍ່ກັນ ໂດຍໃນປີທີ່ຜ່ານມາເຮັດໃຫ້ສັດລ້ຽງໃນມົງໂກລີຕາຍກວ່າ 1 ລ້ານຕົວ ເຊິ່ງສັດເຫຼົ່ານັ້ນເປັນແຫຼ່ງອາຫານ, ການຂົນສົ່ງແຫຼ່ງດຽວ ແລະ ແຫຼ່ງລາຍໄດ້ພາຍນອກສຳລັບປະຊາກອນເກືອບເຄິ່ງໜຶ່ງຂອງທັງໝົດ 3 ລ້ານຄົນໃນມົງໂກລີ.

ອົງການກາແດງສາກົນປະຈຳນະຄອນຫຼວງປັກກິ່ງກ່າວໃນວັນພະຫັດທີ່ຜ່ານມາວ່າ: ຂະນະນີ້ 70% ຂອງເນື້ອທີ່ມົງໂກລີຖືກປົກຄຸມດ້ວຍຫິມະ ແລະ ປະຊາຊົນ 157,000 ຄົນ ທີ່ເປັນຊາວກະສິກອນລ້ຽງສັດແບບເຄື່ອນທີ່ ຕົກຢູ່ໃນຄວາມສ່ຽງເຖິງຊີວິດ.

No comments

Powered by Blogger.