ຜົນກອງປະຊຸມລັດຖະບານ ສະໄໝວິສາມັນ ປະຈໍາເດືອນ ກຸມພາ 2017 - ອິດສະຫຼະ

ຜົນກອງປະຊຸມລັດຖະບານ ສະໄໝວິສາມັນ ປະຈໍາເດືອນ ກຸມພາ 2017



ເພື່ຶອຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ທີ່ວ່າ: ຕ້ອງສ້າງລັດປະຊາທິປະໄຕປະຊາຊົນ ໃຫ້ກາຍເປັນລັດ ທີ່ປົກຄອງດ້ວຍກົດໝາຍ ຕາມທິດນໍາທີ່ວ່າ “ພັກນໍາພາ ແລະ ກໍາອໍານາດຕາມກົດໝາຍ, ລັດຄຸ້ມຄອງສັງຄົມ ດ້ວຍກົດໝາຍ, ປະຊາຊົນ ເປັນເຈົ້າສະເໝີພາບຕໍ່ໜ້າກົດໝາຍ”. ພ້ອມກັນນີ້, ເພື່ອຈັດຕັ້ງປະຕິບັດ ແຜນການສ້າງ ແລະ ປັບປຸງ ກົດໝາຍຂອງສະພາແຫ່ງຊາດ ໃນໄລຍະແຕ່ນີ້ຮອດປີ 2020 ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້. ດັ່ງນັ້ນ, ລັດຖະບານ ຈຶ່ງໄດ້ດໍາເນີນ ກອງປະຊຸມສະໄໝວິສາມັນ ຢູ່ທີ່ ສໍານັກງານນາຍົກລັດຖະມົນຕີ ໃນວັນທີ 15 ແລະ ປິດລົງໃນຕອນເຊົ້າຂອງວັນທີ 16 ກຸມພາ 2017, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມລັດຖະບານ ສະໄໝວິສາມັນຄັ້ງນີ້ ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງ ເອົາການສ້າງ ແລະ ປັບປຸງ ບັນດາຮ່າງກົດໝາຍຈໍານວນໜຶ່ງ ດັ່ງນີ້:
1. ຮ່າງກົດໝາຍ ວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ;
2. ຮ່າງປະມວນ ກົດໝາຍແພ່ງ;
3. ຮ່າງປະມວນ ກົດໝາຍອາຍາ;
4. ຮ່າງກົດໝາຍ ວ່າດ້ວຍກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ສະບັບປັບປຸງ;
5. ຮ່າງກົດໝາຍ ວ່າດ້ວຍຄື້ນຄວາມຖີ່ວິທະຍຸສື່ສານ;
6. ຮ່າງກົດໝາຍ ວ່າດ້ວຍສິລະປະການສະແດງ;
7. ຮ່າງກົດໝາຍ ວ່າດ້ວຍອົງການກາແດງລາວ.

ຕໍ່ກັບບັນດາ ຮ່າງກົດໝາຍດັ່ງກ່າວ, ກອງປະຊຸມ ໄດ້ຊີ້ນໍາໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຕື່ມ ຕາມການປະກອບຄໍາຄິດຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນແມ່ນ ເອົາໃຈໃສ່ປັບປຸງເນື້ອໃນ, ບັນດາຄໍາສັບ, ສໍານວນ ທີ່ກໍານົດໃນບາງໝວດ ບາງມາດຕາ, ຊື່ຂອງກົດໝາຍ ແລະ ອື່ນໆ ເພື່ອເຮັດໃຫ້ບັນດາຮ່າງກົດໝາຍດັ່ງກ່າວ ມີເນື້ອໃນຄົບຖ້ວນຊັດເຈນ, ຈະແຈ້ງ ແລະ ຮັດກຸມ ເພື່ອນໍາສະເໜີ ສະພາແຫ່ງຊາດ ພິຈາລະນາຮັບຮອງເອົາ ໃນກອງປະຊຸມສະໄໝສາມັນເທື່ອທີ 3 ໃນເດືອນເມສາ 2017 ນີ້. ໂດຍມອບໃຫ້ກະຊວງທີ່ກ່ຽວຂ້ອງ, ກະຊວງຍຸຕິທໍາ ແລະ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ເປັນຜູ້ປະສານສົມທົບກັນ ເພື່ອປັບປຸງໃຫ້ທັນຕາມກໍານົດເວລາ.

ສໍາລັບຮ່າງປະມວນ ກົດໝາຍແພ່ງ ແມ່ນເຫັນດີນໍາສະເໜີ ສະພາແຫ່ງຊາດ ພິຈາລະນາທາບທາມຄໍາເຫັນ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ໃນເດືອນ ເມສາ 2017 ນີ້.
ສະເພາະຮ່າງກົດໝາຍ ວ່າດ້ວຍອົງການກາແດງລາວນັ້ນ ເນື່ອງຈາກຍັງມີຄໍາເຫັນທີ່ແຕກຕ່າງກັນ ຈຶ່ງມອບໃຫ້ອົງການກາແດງ ນໍາໄປປັບປຸງຕື່ມ ແລ້ວນໍາມາສະເໜີຜ່ານ ກອງປະຊຸມລັດຖະບານ ໃນຄັ້ງຕໍ່ໄປ.

ໃນຕອນທ້າຍຂອງກອງປະຊຸມ ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານ ຈຸດສຸມຂອງລັດຖະບານ ໃນເດືອນ ກຸມພາ 2017, ໂດຍສະເພາະແມ່ນ ໃຫ້ເອົາໃຈໃສ່ກະກຽມເນື້ອໃນ ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນ ກຸມພາ 2017 ທີ່ຈະຈັດຂຶ້ນໃນວັນທີ 23-24 ກຸມພາ 2017 ນີ້; ເອົາໃຈໃສ່ຊີ້ນໍາ ການກະກຽມເນື້ອໃນສໍາຄັນຕ່າງໆ ທີ່ຈະນໍາສະເໜີຕໍ່ກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ X ຂອງຄະນະບໍລິຫານງານສູນກາງພັກ ທີ່ຈະໄຂຂຶ້ນໃນເດືອນ ມີນາ 2017 ນີ້.

ແຫລ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກົມປະຊາສໍາພັນ.

No comments

Powered by Blogger.