ຈີນສັ່ງປິດຕະຫຼາດຄ້າຂາຍສັດປີກ ເພື່ອຄວບຄຸມໄຂ້ຫວັດສັດປີກ - ອິດສະຫຼະ

ຈີນສັ່ງປິດຕະຫຼາດຄ້າຂາຍສັດປີກ ເພື່ອຄວບຄຸມໄຂ້ຫວັດສັດປີກ



ສຳນັກຂ່າວຕ່າງປະເທດລາຍງານ 17 ກຸມພາ 2017: ຄະນະກຳມະການສຸຂະພາບ ແລະ ວາງແຜນຄອບຄົວແຫ່ງຊາດສັ່ງປິດຕະຫຼາດທຸກແຫ່ງທີ່ມີການແຜ່ລະບາດຂອງເຊື້ອໄວຣັສໄຂ້ຫວັດສັດປີສາຍພັນ H7N9 ໂດຍພົບວ່າ ມີການແຜ່ລະບາດໜັກບໍລິເວນສາມຫຼ່ຽມປາກແມ່ນໍ້າຢາງຊີກຽງ ນັບຕັ້ງແຕ່ນະຄອນຊຽງໄຮລົງໄປຈົນເຖິງຮອງກົງ ຈີນລາຍງານພົບຜູ້ຕິດເຊື້ອໄຂ້ຫວັດສັດປີກກວ່າ 250 ຄົນ ໃນ 16 ມົນທົນ.

ນອກຈາກການອອກຄຳສັ່ງປິດຕະຫຼາດແລ້ວ ທາງການຈີນຍັງມີການຈັດອົບຮົມໃຫ້ແກ່ບັນດາເຈົ້າໜ້າທີ່ໃຫ້ສາມາດຄັດກອງ, ວິນິດໄສ ແລະ ປິ່ນປົວໂລກໄດ້ ຂະນະທີ່ປະຊາຊົນທົ່ວໄປໄດ້ຮັບຄຳເຕືອນໃຫ້ຫຼີກລ້ຽງການສຳຜັດໃກ້ຊິດກັບສັດປີກທີ່ມີຊີວິດ  ເພື່ອປ້ອງກັນການຕິດເຍື້ອ.

No comments

Powered by Blogger.