8 ເຫດຜົນທີ່ຕ້ອງຄິດ "ກ່ອນແຕ່ງດອງ" ຢ່າແຕ່ງເພາະສິ່ງເຫຼົ່ານີ້ - ອິດສະຫຼະ

8 ເຫດຜົນທີ່ຕ້ອງຄິດ "ກ່ອນແຕ່ງດອງ" ຢ່າແຕ່ງເພາະສິ່ງເຫຼົ່ານີ້



ການແຕ່ງດອງເປັນພຽງຈຸດເລີ່ມຕົ້ນເທົ່ານັ້ນ ຖັດຈາກນັ້ນໄປແລ້ວນອກເໜືອຈາກຄວາມຮັກ ທັງຄູ່ຕ້ອງໃຊ້ເຫດຜົນ ແລະ ຄວາມເຂົ້າໃຈຮ່ວມກັບຄວາມຮັກ ເຫັດໄດ້ຈາກປັດຈຸບັນທີ່ຫຼາຍຄູ່ແຕ່ງດອງກັນບໍ່ພໍເທົ່າໃດກໍ່ເປີດບັນຫາຄອບຄົວໄປຈົນເຖິງຂັ້ນປະຮ້າງກັນ ດັ່ງນັ້ນ, ຈຶ່ງມີ 8 ເຫດຜົນທີ່ຕ້ອງຄິດ ກ່ອນແຕ່ງດອງ ທີ່ຈະເປັນສິ່ງເຕືອນໃຈໃຫ້ທັງຝ່າຍຍິງ ແລະ ຝ່າຍຊາຍໄດ້ຄິດຄືນ ແລະ ທົບທວນເຖິງຄວາມຮູ້ສຶກເຫຼົ່ານີ້:

1. ຢ່າແຕ່ງດອງເພາະ ຢ້ານບໍ່ໄດ້ແຕ່ງ ຄູ່ຄອງທີ່ເຮົາເລືອກໂດຍບໍ່ໄດ້ພິຈາລະນາຢ່າງຖີ່ຖ້ວນອາດນຳໄປສູ່ຄວາມທຸກໃຈໄປຕະຫຼອດຊີວິດ ແລະ ສົ່ງຜົນຮ້າຍຕໍ່ຊີວິດຄູ່ ແລະ ຢ່າໃຫ້ຄົນຮອບຂ້າງມີອິດທິພົນກັບການຕັດສິນໃຈຂອງເຮົາ

2. ຢ່າແຕ່ງດອງເພາະ ຢາກປົກປ່ອຍຕົວເອງ ບາງຄົນຢາກແຕ່ງດອງເພາະຢາກອອກຈາກຄອບຄົວ ຫຼື ສິ່ງແວດລ້ອມເກົ່າໆ ເພື່ອອອກໄປໃຊ້ຊີວິດໃນແບບຂອງຕົນເອງ ແຕ່ເຮົາບໍ່ອາດຮູ້ໄດ້ວ່າການໄປໃຊ້ຊີວິດໃນບ່ອນທີ່ເຮົາບໍ່ໄດ້ຮູ້ຈັກດີພໍ ຕ້ອງພົບຕ້ອງເຈີກັບບັນຫາຫຍັງແດ່ ເຊິ່ງອາດຈະພົບກັບບັນຫາຫຼາຍກວ່າທີ່ເຮົາກຳລັງມີຢູ່ໃນປັດຈຸບັນ

3. ຢ່າແຕ່ງດອງເພາະ ກຳລັງອົກຫັກ ການແຕ່ງດອງໃນຊ່ວງທີ່ພົບກັບມໍລະສຸມຄວາມຮັກ ເຮັດໃຫ້ເຮົາເບິ່ງບໍ່ເຫັນທາງອອກ ຫຼື ເຮັດໃຫ້ເຮົາແຕ່ງດອງພຽງເພື່ອປະຊົດປະຊັນຄົນຮັກເກົ່າເທົ່ານັ້ນ ດັ່ງນັ້ນ, ຄວນພິຈາລະນາໃຫ້ດີວ່າເຮົາແຕ່ງດອງເພາະຄວາມຮັກ ຫຼື ປະຊົດປະຊັນກັນແທ້

4. ຢ່າແຕ່ງດອງເພາະ ອິດູສົງສານ ການແຕ່ງດອງຄວນເກີດຂຶ້ນເພາະຄວາມຮັກ ບໍ່ແມ່ນຄວາມອິດູສົງສານ ເພາະມັນບໍ່ຍືນຍົງ ແລະ ແນ່ນອນຄືກັບຄວາມຮັກ

5. ຢ່າແຕ່ງດອງເພາະ ຫຼົງໄຫຼ ຄວາມຮັ່ງມີ, ຊັບສິນຕ່າງໆ ເປັນພຽງແຕ່ເປືອກນອກ ຄວນສຶກສາຕົວຕົນຂອງກັນ ແລະ ກັນ ໃຫ້ດີສາກ່ອນ ເພາະການແຕ່ງດອງຄືຊີວິດບົດໃໝ່ທີ່ກຳລັງຈະເລີ່ມຕົ້ນຂຶ້ນ

6. ຢ່າແຕ່ງດອງເພາະ ຢາກໜີຕົນເອງ ການແຕ່ງດອງເພື່ອກວາດຂີ້ແກບປົກຂີ້ໝາ ຫຼື ຫຼີກໜີພຶດຕິກຳທີ່ບໍ່ດີຂອງຕົນເອງ ບໍ່ໄດ້ຊ່ວຍຫຍັງໄດ້ເລີຍ ເພາະຖ້າຫາກນິໄສເກົ່າໆກັບມາອີກ ກໍ່ບໍ່ເປັນຜົນດີຕໍ່ຊີວິດຄູ່ຢ່າງແນ່ນອນ

7. ຢ່າແຕ່ງດອງເພາະ ຄິດວ່າປ່ຽນນິໄສຄູ່ຮັກຕົນໄດ້ ນິໄສດັ່ງເດີມ (ສັນດານ) ຂອງຄົນໆນັ້ນ ເປັນສິ່ງທີ່ປ່ຽນແປງໄດ້ຍາກ ການເອົາຊີວິດແຕ່ງດອງມາເດີມພັນ ເພາະຕ້ອງການໃຫ້ຄົນຮັກປ່ຽນນິໄສຖາວອນ ເປັນການຕັດສິນໃຈທີ່ບໍ່ຖືກຕ້ອງ ຄວນຈະຍອມຮັບ ແລະ ເຂົ້າໃຈນິໄສນັ້ນໆໃຫ້ຫຼາຍຂຶ້ນ ເພາະຫາກເຂົ້າກັນບໍ່ໄດ້ ຫຼື ຍອມຮັບກັນບໍ່ໄດ້ກໍ່ຄວນເລີກລາກັນໄປຕາມຄວາມສົມຄວນ

8. ຢ່າແຕ່ງດອງເພາະ ຄວາມເຫງົາ ຫາກເຮົາຈັດການກັບຄວາມເຫງົາບໍ່ຖືກວິທີ ຊີວິດກໍ່ຈະເດີນໄປໃນທາງທີ່ບໍ່ຖືກບໍ່ຄວນ ດັ່ງນັ້ນ, ການແຕ່ງດອງເພາະຄວາມເຫງົາ ອາດບໍ່ໄດ້ເກີດຈາກຄວາມຮັກ, ຄວາມເຂົ້າໃຈ ທີ່ເປັນເຫດຜົນຂອງການແຕ່ງດອງ

ເຖິງຢ່າງໃດກໍ່ຕາມ ສຸດທ້າຍແລ້ວຫາກທ່ານຄິດວ່າພ້ອມທີ່ຈະໃຊ້ຊີວິດຄູ່ແລ້ວ ເພື່ອເຮັດໃຫ້ການຄອງຄູ່ຍືນຍາວ ຕ້ອງຮູ້ຈັກຜ່ອນສັ້ນຜ່ອນຍາວໃຫ້ກັນ ແລະ ກັນ, ມີຄວາມຈິງໃຈຕໍ່ກັນ, ຊື່ສັດຮັກດຽວໃຈດຽວ ພຽງເທົ່ານີ້ຊີວິດຄູ່ກໍ່ຈະເຕັມໄປດ້ວຍຄວາມຮັກ ແລະ ຄວາມສຸກ ຈົນກ້າວໄປສູ່ການມີຄອບຄົວທີ່ສົມບູນແບບໄດ້.

No comments

Powered by Blogger.