ສົ່ງກະດູກ ທະຫານອາເມຣິກາໃນປາງສົງຄາມກັບຄືນປະເທດ - ອິດສະຫຼະ

ສົ່ງກະດູກ ທະຫານອາເມຣິກາໃນປາງສົງຄາມກັບຄືນປະເທດ



ໜັງສືພິມລາວພັດທະນາລາຍງານ: ພິທີມອບ-ຮັບກະດູກ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ເສຍຊີວິດໃນປາງສົງຄາມຢູ່ລາວ ໄດ້ຈັດຂຶ້ນທີ່ສະໜາມບິນແຂວງສະຫວັນນະເຂດ ເຊິ່ງແມ່ນຜົນຈາກການປະຕິບັດງານຮ່ວມກັນລະຫວ່າງລາວ-ອາເມຣິກາໃນການຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ເສຍຊີວິດໃນປາງສົງຄາມຢູ່ລາວຄັ້ງທີ 2 ປະຈຳປີ 2016-2017 ຢູ່ກໍລະນີທີ 1368 ເຂດບ້ານຜານົບ, ເມືອງບົວລະພາ,​ ແຂວງຄຳມ່ວນ ທີ່ໄດ້ພົບເຫັນຊິ້ນສ່ວນຈຳນວນໜຶ່ງ.

ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃນພິທີມອບ-ຮັບຄັ້ງນີ້ໂດຍ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຜູ້ຊີ້ນຳວຽກງານ MIA ຕາງໜ້າໃຫ້ແກ່ລັດຖະບານ ສປປ.ລາວ ແລະ ກ່າວຮັບໂດຍທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ.ລາວ ຕ່າງໜ້າໃຫ້ລັດຖະບານສະຫະລັດອາເມຣິກາ ນອກຈາກນີ້ຍັງມີທ່ານຮອງເຈົ້າແຂວງຄຳມ່ວນ, ເຈົ້າໜ້າທີ່ຂັ້ນສູງຈາກກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ, ພະນັກງານກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.

No comments

Powered by Blogger.