ຊູດັງໃຕ້ປະກາດພາວະອຶດຫິວໃນພາກເໜືອຂອງປະເທດ - ອິດສະຫຼະ

ຊູດັງໃຕ້ປະກາດພາວະອຶດຫິວໃນພາກເໜືອຂອງປະເທດ



ສຳນັກຂ່າວຕ່າງປະເທດລາຍງານ 21 ກຸມພາ 2017: ສຳນັກສະຖິຕິແຫ່ງຊາດຂອງຊູດານ ປະກາດພາວະອຶດຫິວ ຢູ່ພາກເໜືອງຂອງປະເທດ ໂດດຍເບື້ອງຕົ້ນມີປະຊາຊົນໄດ້ຮັບຜົນກະທົບປະມານ 100,000 ຄົນ ແຕ່ມີທິດທາງທີ່ຈະເພີ່ມສູງຂຶ້ນເຖິງເປັນເກືອບ 5 ລ້ານຄົນ ພາຍໃນອະນາຄົດອັນໃກ້ນີ້ ເຊິ່ງເທົ່າກັບ 42% ຂອງປະຊາຊກອນທັງໝົດໃນປະເທດ.
ເຮືອບິນຂອງອົງການສະຫະປະຊາຊາດ ສົ່ງສະບຽງອາຫານໃຫ້ປະຊາຊົນຊູດັງໃຕ້

ດ້ານອົງການອາຫານໂລກ (WFP), ອົງການກອງທຶນເພື່ອເດັກຂອງສະຫະປະຊາຊາດ (UNICEF) ແລະ ອົງການອາຫານ ແລະ ກະສິກຳຂອງສະຫະປະຊາຊາດ (FAO) ອອກຖະແຫຼງການຮ່ວມກັນກ່ຽວກັບສະຖານະການຄວາມອຶດຫິວໃນຊູດັງໃຕ້ ວ່າໃນທາງທິດສະດີການປະກາດພາວະສຸກເສີນໃນເລື່ອງດັ່ງກ່າວ ຈະເກີດຂຶ້ນເມື່ອມີການພົບປະຊາຊົນເສຍຊີວິດຫຼາຍຂຶ້ນດ້ວຍສາເຫດຈາກຄວາມອຶດຫິວ ເຊິ່ງສະຖານະການໃນຊູດັງໃຕ້ມີຄວາມຮຸນແຮງຢ່າງຕໍ່ເນື່ອງ ນັບຕັ້ງແຕ່ເກີດສົງຄາມກາງເມືອງເມື່ອປີ 2013 ຫຼັງຈາກປະທານາທິບໍດີຊັນລາ ຄີອີ ກ່າວຫາວ່າຮອງປະທານາທິບໍດີ ຣີ ມາຊາ "ເປັນກະບົດ" ເຖິງທັງສອງຝ່າຍຈະລົງນາມໃນຂໍ້ຕົກລົງສັນຕິພາບເມື່ອເດືອນສິງຫາ 2015 ແຕ່ການສູ້ຮົບຍັງເກີດຂຶ້ນອີກຄັ້ງເມື່ອເດືອນກໍລະກົດປີທີ່ຜ່ານມາ (2016).

ທັງນີ້ອົງການສະຫະປະຊາຊາດ (UN) ລະບຸການຈຳກັດຄວາມຂອງ "ພາວະອຶດຫິວ" ວ່າໝາຍເຖິງສະຖານະການທີ່ປະຊາຊົນຢ່າງໜ້ອຍ 20% ໃນເຂດໃດເຂດໜຶ່ງປະສົບກັບພາວະຂາດແຄນອາຫານ ມີອັດຕາການຂາດໂພຊະນາການຢ່າງກະທັນຫັນເກີນ 30% ແລະ ມີປະຊາກອນ 2 ໃນ 3 ຕໍ່ອັດຕາສ່ວນ 10,000 ຄົນເສຍຊີວິດພາຍໃນ 1 ມື້ ເພາະບໍ່ໄດ້ຮັບອາຫານຢ່າງພຽງພໍ.

ສຳລັບຂໍ້ມູນໂດຍຫຍໍ້ຂອງປະເທດຊູດັງໃຕ້ຖືເປັນປະເທດ "ນ້ອງໃໝ່" ຂອງໂລກແຍກເອກະລາດຈາກປະເທດຊູດັງເມື່ອປີ 2011 ແລະ ໄດ້ຮັບການອະນຸມັດເຂົ້າເປັນສະມາຊິກລຳດັບທີ 193 ຂອງອົງການສະຫະປະຊາຊາດໃນເດືອນກໍລະກົດປີດຽວກັນ ຊູດັງໃຕ້ເປັນປະເທດທີ່ມີເນື້ອທີ່ໃຫຍ່ທຽບເທົ່າກັບລັດເທັກຊັດຂອງສະຫະລັດ ອາເມຣິກາ ແລະ ອຸດົມໄປດ້ວຍຊັບພະຍາກອນນໍ້າມັນ.

No comments

Powered by Blogger.