ລັດສັ່ງຢຸດຕິການປະມູນລົດການນຳແບບເປີດຊ່ອງ ປ່ຽນມາເປັນການປະມູນແບບເປີດກວ້າງທັນທີ ເພື່ອຄວາມໂປ່ງໃສ່ - ອິດສະຫຼະ

ລັດສັ່ງຢຸດຕິການປະມູນລົດການນຳແບບເປີດຊ່ອງ ປ່ຽນມາເປັນການປະມູນແບບເປີດກວ້າງທັນທີ ເພື່ອຄວາມໂປ່ງໃສ່



ເພື່ອຄວາມໂປ່ງໃສ ລັດຖະບານໃຫ້ສັ່ງຢຸດຕິການປະມູນຂາຍລົດການນຳແບບເປີດຊ່ອງປະມູນທີ່ໄດ້ດຳເນີນການໄປກ່ອນໜ້ານີ້ ມາເປັນການປະມູນແບບເປີດກວ້າງທັນທີກັບບ່ອນ ອີງຕາມແຈ້ງການຂອງຫ້ອງວ່າການສຳນັກງານນຳຍົກລັດຖະມົນຕີ ລົງວັນທີ 23 ກຸມພາ 2016 ແຈ້ງວ່າ: ການປະມູນລົດທີ່ຮັບໃຊ້ການນຳລະດັບສູງ ຈະໄດ້ປ່ຽນເວລາການປະມູນກັບທີ່ໄປເປັນວັນທີ 28 ກຸມພາ 2017 ເວລາ 15:00 ນາທີ ເປັນຕົ້ນໄປ ທີ່ຫໍປະຊຸມແຫ່ງຊາດ ຫຼັກ 6, ນະຄອນຫຼວງວຽງຈັນ, ເນື່ອງຈາກວ່າການກຽມລາຍລະອຽດຕ່າງໆຂອງການປະມູນກັບທີ່ບໍ່ທັນສຳເລັດຕາມແຜນການທີ່ກຳນົດໄວ້ໃນເບື້ອງຕົ້ນ. ສະນັ້ນ, ຖ້າບັນດາທ່ານໃດ ມີຄວາມສົນໃຈຢາກເຂົ້າຮ່ວມ "ປະມູນເປີດກວ້າງກັບທີ່" ຄັ້ງນີ້ ກະລຸນາຕິດຕໍ່ພົວພັນລົງທະບຽນໄດ້ທີ່ຫໍປະຊຸມແຫ່ງງຊາດ ຫຼັກ 6 ນັບແຕ່ວັນທີ 23 ກຸມພາ 2017 ເປັນຕົ້ນໄປ ໃນວັນ ແລະ ເວລາລັດຖະການ.

ເຊິ່ງແຈ້ງການສະບັບເກົ່າທີ່ປະກາດໄປເມື່ອວັນທີ 8 ກຸມພາ 2017 ນັ້ນ ເປັນການປະມູນແບບເປີດຊ່ອງໂດຍມີການດຳເນີນມາແລ້ວໃນລະຫວ່າງວັນທີ 13-20 ກຸມພາ 2017 ແລະ ມີກຳນົດເປີດຊ່ອງປະມູນແມ່ນວັນທີ 21 ກຸມພາ 2017 ທີ່ຜ່ານມາ ແຕ່ຕ້ອງຖືກຍົກເລີກແລ້ວປ່ຽນເປັນການປະມູນແບບເປີດກວ້າງທັນທີກັບບ່ອນແທນ ດັ່ງທີ່ກ່າວມານັ້ນ.

No comments

Powered by Blogger.