ຮູ້ຜົນແລ້ວ ປາຕາຍຢູ່ວັງສະຫງວນນ້ຳງ້າວ ເມືອງຫ້ວຍຊາຍ ເປັນຍ້ອນສານເຄມີ - ອິດສະຫຼະ

ຮູ້ຜົນແລ້ວ ປາຕາຍຢູ່ວັງສະຫງວນນ້ຳງ້າວ ເມືອງຫ້ວຍຊາຍ ເປັນຍ້ອນສານເຄມີ



ໜັງສືພິມລາວພັດທະນາລາຍງານ: ກົມລ້ຽງສັດ ແລະ ການປະມົງກະຊວງກະສິກຳ ເລະ ປ່າໄມ້ໄດ້ອອກມາຢືນຢັນຕໍ່ນັກຂ່າວໜັງສືພີມລາວພັດທະນາເມື່ອວັນທີ 20 ກຸມພານີ້ວ່າ: ສາເຫດປາຕາຍເປັນຈຳນວນຫລາຍຢູ່ວັງສະຫງວນສາຍນໍ້າງ້າວ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ແມ່ນບໍ່ໄດ້ເກີດຈາກພະຍາດ, ແຕ່ເປັນຍ້ອນເບື່ອສານເຄມີ.

ກົມດັ່ງກ່າວໃຫ້ຮູ້ວ່າ: ພາຍຫລັງເກີດມີສະພາບປາຕາຍເປັນຈຳນວນຫລາຍຢູ່ວັງສະຫງວນດັ່ງກ່າວເມືອຕົ້ນເດືອນກຸມນານີ້, ຂະແໜງການກ່ຽວຂ້ອງໄດ້ຮີບຮ້ອນສົ່ງວິຊາການລົງຕິດຕາມກວດ ກາຫາສາເຫດການຕາຍຂອງປາ, ຊຶ່ງໄດ້ເກັບຕົວຢ່າງນໍ້າ ແລະ ປາ 5 ຊະນິດທີ່ຕາຍມາວິໄຈຢູ່ນະ ຄອນຫຼວງວຽງຈັນ ແລະ ຜົນການວິໄຈລະບຸວ່າປາທີ່ນຳມາກວດບໍ່ມີເຊື້ອພະຍາດ ແລະ ອະໄວຍະວະພາຍໃນຂອງປາບໍ່ໄດ້ເນົ່າເປື່ອຍຈາກເຊື້ອໄວຣັດ, ເນື່ອງຈາກເຊື້ອໄວຣັດມັນຈະເກີດຂຶ້ນສະເພາະບາງຊະນິດປາໃດໜຶ່ງເທົ່ານັ້ນ, ຊຶ່ງມັນຈະບໍ່ເກີດຂື້ນພ້ອມກັນຫລາຍຊະນິດແບບນີ້, ດັ່ງນັ້ນ ຈຶ່ງສາມາດຢືນຢັນໄດ້ວ່າປາແມ່ນຕາຍຍ້ອນມີສານພິດເຈືອປົນໃນນໍ້າເຮັດໃຫ້ຂາດອົກຊີ, ອຸນຫະພູມຕ່ຳ ແລະ ນ້ຳມີຄວາມເປັນກົດສູງ ແລະ ປັດຈຸບັນພວມສືບຕໍ່ເລັ່ງວິໄຈຄຸນນະພາບນ້ຳ ແລະ ສະພາບແວດລ້ອມອື່ນໆວ່າມີສານເຄມີປະເພດໃດເຈືອປົນຢູ່ສາຍນ້ຳດັ່ງກ່າວ, ເຊິ່ງຄາດວ່າຈະຮູ້ຜົນໃນໄວໆນີ້.

No comments

Powered by Blogger.