ງານມະຫາກຳນັດພົບແຮງງານ ຄັ້ງທີ 3 ຈະຈັດຂຶ້ນຢ່າງຍິ່ງໃຫຍ່ໃນວັນທີ 28-30 ເມສາ 2017 ນີ້ - ອິດສະຫຼະ

ງານມະຫາກຳນັດພົບແຮງງານ ຄັ້ງທີ 3 ຈະຈັດຂຶ້ນຢ່າງຍິ່ງໃຫຍ່ໃນວັນທີ 28-30 ເມສາ 2017 ນີ້



ໜັງສືພິມລາວພັດທະນາລາຍງານ: ວັນທີ 22 ກຸມພານີ້, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ ຮ່ວມກັບ ບໍລິສັດ ໄອຈ໋ອບ ຈຳກັດ, ໄດ້ຈັດຖະແຫລງຕໍ່ສື່ມວນຊົນວ່າ: ງານມະຫາກຳນັດພົບແຮງງານຄັ້ງທີ 3 ປະຈຳປີ 2017 ຈະຈັດແຕ່ວັນທີ 28-30 ເມສານີ້, ທີ່ຫໍປະຊຸມແຫ່ງ ຊາດ, ນະຄອນຫລວງວຽງຈັນ, ເພື່ອເປັນເງື່ອນໄຂໃຫ້ຜູ້ປະກອບການທຸລະກິດ ແລະ ຜູ້ຊອກຫາວຽກເຮັດງານທຳໄດ້ມາພົບກັນ, ພ້ອມນີ້ ຍັງເປັນເວທີປຶກສາຫາລືກ່ຽວກັບການຈັດຕັ້ງຜັນຂະຫຍາຍວຽກງານສົ່ງເສີມ ແລະ ພັດ ທະນາສີມືແຮງງານ ເພື່ອສາມາດຕອບສະໜອງສີມືແຮງງານ ນັບດ້ານທັງປະລິມານ ແລະ ຄຸນນະພາບໃຫ້ບັນດາຫົວໜ່ວຍທຸລະກິດຕ່າງໆ, ທັງພາຍໃນ ແລະ ຕ່າງປະເທດໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນ.

ນອກນີ້ ຍັງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມປະເທດຊາດ, ງານດັ່ງກ່າວຈະຈັດໃຫ້ຍິ່ງໃຫຍ່ກວ່າປີຜ່ານມາ, ຊຶ່ງຈະມີການວາງສະແດງຜະລິດຕະພັນຕ່າງໆຈາກບໍລິສັດທີ່ເຂົ້າຮ່ວມ ແລະ ມີການຫລີ້ນກິດຈະກຳ, ຕອບຄຳຖາມແລກຂອງລາງວັນຢ່າງຫຼວງຫຼາຍ.

ນອກນີ້ ຍັງຈະມີການນຳສະເໜີ ແລະ ສົນທະນາກ່ຽວກັບນະໂຍບາຍ, ລະບຽບ ແລະ ບັນດາກົດໝາຍກ່ຽວກັບແຮງງານ ແລະ ການຈັດຫາງານຈາກພາກລັດ, ຊ່ຽວຊານຂອງຂະແໜງການ ແລະ ພາກສ່ວນອື່ນໆທີ່ມີສ່ວນຮ່ວມໃນຕະຫລາດແຮງງານ, ລວມທັງຜົນກະທົບຂອງປະຊາຄົມອາຊຽນ ຕໍ່ກັບການເຄື່ອນຍ້າຍແຮງງານ ແລະ ຕະຫຼາດແຮງງານຂອງລາວ, ເຊິ່ງໃນປີທຳອິດມີນັກສຶກສາເຂົ້າຮ່ວມຫຼາຍກວ່າ 5 ພັນຄົນ, ໃນປີທີສອງມີຜູ້ເຂົ້າຮ່ວມຫຼາຍກວ່າ 7 ພັນຄົນ ແລະ ປີນີ້ຄາດວ່າຈະມີຜູ້ເຂົ້າຮ່ວມເພີ່ມຂຶ້ນຫລາຍເທົ່າຕົວກ່ວາປີຜ່ານໆມາ.

No comments

Powered by Blogger.