ມາເລເຊຍຮຽກທູດກັບຄືນປະເທດ ຫຼັງເກົາຫຼີເໜືອກ່າວຫາວ່າຮ່ວມມືຂ້າອ້າຍຜູ້ນຳສູງສຸດເກົາຫຼີເໜືອ - ອິດສະຫຼະ

ມາເລເຊຍຮຽກທູດກັບຄືນປະເທດ ຫຼັງເກົາຫຼີເໜືອກ່າວຫາວ່າຮ່ວມມືຂ້າອ້າຍຜູ້ນຳສູງສຸດເກົາຫຼີເໜືອ



ສຳນັກຂ່າວຕ່າງປະເທດລາຍງານ 20 ກຸມພາ 2017: ທາງການມາເລເຊຍຮຽກທູດ ແລະ ຄະນະໃນນະຄອນຫຼວງປຽງຢາງຂອງເກົາຫຼີເໜືອໃຫ້ເດີນທາງກັບປະເທດ ຫຼັງບໍ່ພໍໃຈທີ່ທູດເກົາຫຼີເໜືອປະຈຳນະຄອນຫຼວງກົວລາລຳເປີກ່າວຫາວ່າ ມາເລເຊຍຮ່ວມມືກັບຝ່າຍສັດຕູລອບຂ້າທ່ານ ຄິມ ຈອງ-ນຳ ອ້າຍຄົນລະແມ່ຂອງຜູ້ນຳສູງສຸດເກົາຫຼີເໜືອເມື່ອາທິດທີ່ຜ່ານມາ

ຂະນະທີ່ທາງການມາເລເຊຍກຳລັງກວດພິສູດດີເອັນເອຂອງສົບ ເຊິ່ງຕ້ອງອາໄສຕົວຢ່າງດິເອັນເອຈາກຍາດພີ່ນ້ອງຂອງຜູ້ຕາຍໃນນະຄອນຫຼວງປັກກິ່ງ ແລະ ມາເກົາມາປຽບທຽບ ແຕ່ຫາກບໍ່ສາມາດຫາຕົວຢ່າງດີເອັນເອຈາກຍາດພີ່ນ້ອງມາໃຊ້ໃນການພິສູດໄດ້ກໍ່ຈະຄືນຮ່າງຂອງທ່ານ ຄິມ ຈອງ-ນຳ ໃຫ້ແກ່ທາງການເກົາຫຼີເໜືອຕໍ່ໄປ ເຖິງແມ່ນວ່າຝ່າຍເກົາຫຼີເໜືອເຄີຍລະບຸວ່າຈະບໍ່ຍອມຮັບການພິສູດທີ່ຝ່າຍຕົນບໍ່ໄດ້ເຂົ້າຮ່ວມເປັນພິຍານຢູ່ນຳ.

ເຖິງຫຼາຍຝ່າຍຈະເຊື່ອວ່າຜູ້ນຳເກົາຫຼີເໜືອາດຢູ່ເບື້ອງຫຼັງການລອບຂ້າອ້າຍດ້ວຍຢາພິດ ຂະນະທີ່ກຳລັງຖ້າເຮືອບິນທີ່ສະໜາມບິນນະຄອນຫຼວງກົວລາລຳເປີ ແຕ່ກໍ່ບໍ່ມີຫຼັກຖານຢືນຢັນຊັດເຈນ ແລະ ລັດຖະບານເກົາຫຼີເໜືອເອງກໍ່ຍັງບໍ່ອອກມາຊີ້ແຈງເລື່ອງດັ່ງກ່າວຢ່າງເປັນທາງການ.

No comments

Powered by Blogger.