ຜູ້ຄ້າໄມ້ເຖື່ອນ ແຂວງຄຳມ່ວນ ຝັງໄມ້ເຖື່ອນໄວ້ໃນດິນເປັນຈຳນວນຫຼາຍ - ອິດສະຫຼະ

ຜູ້ຄ້າໄມ້ເຖື່ອນ ແຂວງຄຳມ່ວນ ຝັງໄມ້ເຖື່ອນໄວ້ໃນດິນເປັນຈຳນວນຫຼາຍ



ໜັງສືພິມເສດຖະກິດ-ສັງຄົມລາຍງານວ່າ: ໃນວັນທີ 14 ກຸມພາ ຜ່ານມາທີ່ໂຮງເລື່ອຍບ້ານດອນເປືອຍ ເມືອງນົມມະລາດ, ແຂວງຄຳມ່ວນ ທາງເຈົ້າໜ້າທີ່ກວດກາປ່າໄມ້ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງໄດ້ລົງກວດກາໄມ້ ແລະ ຢຶດໄມ້ຕ້ອງຫ້າມທີ່ຜິດຕໍ່ລະບຽບກົດໝາຍ ເຊິ່ງໃນການລົງໄປກວດກາຄັ້ງນີ້ແມ່ນທາງເຈົ້າໜ້າທີ່ສາມາດກວດພົບໄມ້ຈຳນວນຫຼາຍ ເຊິ່ງໃນນັ້ນມີໄມ້ຄະຍຸງ, ໄມ້ດູ່ ແລະະ ໄມ້ແຕ້ຂ່າທີ່ທາງໂຮງເລື່ອຍບ້ານດອນເປືອຍໄດ້ຊຸກເຊື່ອງໄວ້ໃນຕູ້ຕອນເທນເນີທີ່ດັດແປງເປັນຢ່າງດີມີການຈອດເຫຼັກເຮັດເປັນລັອກແລ້ວນຳເອົາໄມ້ເຂົ້າໄປເຊື່ອງໄວ້ ແລະ ຂຸດຂຸມຖົມໄວ້ໃນດິນ.


No comments

Powered by Blogger.