ເກົາຫຼີໃຕ້ ຈະໃຊ້ຄື້ນສຽງກຳລັງສູງປະກາດຂ່າວການຕາຍຂອງອ້າຍຜູ້ນຳສູງສຸດເກົາຫຼີເໜືອ ຂ້າມພົມແດນ - ອິດສະຫຼະ

ເກົາຫຼີໃຕ້ ຈະໃຊ້ຄື້ນສຽງກຳລັງສູງປະກາດຂ່າວການຕາຍຂອງອ້າຍຜູ້ນຳສູງສຸດເກົາຫຼີເໜືອ ຂ້າມພົມແດນ



ສຳນັກຂ່າວຕ່າງປະເທດລາຍງານ 17 ກຸມພາ 2017: ກອງທັບເກົາຫຼີໃຕ້ ຈະໃຊ້ລຳໂພງທີ່ມີກຳລັງແຮງຂອງສຽງສູງບໍລິເວນຊາຍແດນຕິດກັບເກົາຫຼີເໜືອກະຈາຍສຽງຂ່າວເລື່ອງການຕາຍຂອງ ທ່ານ ຄິມ ຈອງ-ນຳ ອ້າຍຄົນລະແມ່ຂອງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດເກົາຫຼີເໜືອທີ່ຖືກລອບຂ້າດ້ວຍການສັກຢາພິດ ຈາກສາຍລັບຍິງ 2 ຄົນຂອງເກົາຫຼີເໜືອ ຢູ່ສະໜາມບິນ ປະເທດມາເລເຊຍເມື່ອວັນຈັນທີ່ຜ່ານມາ  ເຊິ່ງຜ່ານມາກອງທັບເກົາຫຼີໃຕ້ມັກໃຊ້ລຳໂພງບໍລິເວນຊາຍແດນ ເພື່ອສ້າງສົງຄາມຈິດຕະສາດກັບລັດຖະບານເກົາຫຼີເໜືອທີ່ຄວບຄຸມຂໍ້ມູນຈາກໂລກພາຍນອກຢ່າງເຂັ້ມງວດ.

ດ້ານແຫຼ່ງຂ່າວລັດຖະບານເກົາຫຼີໃຕ້ກ່າວວ່າ ຈຳເປັນຕ້ອງໃຫ້ປະຊາຊົນ ແລະ ທະຫານເກົາຫຼີເໜືອຮູ້ເຖິງຄວາມໂຫດຮ້າຍຂອງທ່ານ ຄິມ ຈອງ-ອຶນ ທີ່ປະຫານຊີວິດອາເຂີຍເມື່ອເດືອນທັນວາ 2013 ແລະ ຂ້າອ້າຍຕົນເອງເມື່ອວັນຈັນທີ່ຜ່ານມານີ້.

No comments

Powered by Blogger.