ອິນເດຍ ສົ່ງດາວທຽມ 104 ດວງຂຶ້ນສູ່ອະວະກາດໃນຄັ້ງດຽວ ສ້າງສະຖິຕິໃໝ່ຂອງໂລກ - ອິດສະຫຼະ

ອິນເດຍ ສົ່ງດາວທຽມ 104 ດວງຂຶ້ນສູ່ອະວະກາດໃນຄັ້ງດຽວ ສ້າງສະຖິຕິໃໝ່ຂອງໂລກ



ສຳນັກຂ່າວຕ່າງປະເທດລາຍງານ 15 ກຸມພາ 2017: ອິນເດຍໄດ້ສ້າງປະຫວັດສາດຄັ້ງຍິ່ງໃຫຍ່ດ້ວຍການປະສົບຄວາມສຳເລັດໃນການຍິງດາວທຽມ 104 ດວງຂຶ້ນສູ່ອະວະກາດ ດ້ວຍຈະຫຼວດພຽງອັນດຽວ ທຳລາຍສະຖິຕິລັດເຊຍທີ່ຍິງດາວທຽມ 37 ດວງດ້ວຍຈະຫຼວດອັນດຽວໃນປີ 2014.

ໂດຍອົງການວິໄຈອະວະກາດແຫ່ງຊາດອິນເດຍໄດ້ຍິງຈະຫຼວດຂຶ້ນໃນເວລາ 9:28 ນາທີ ຕາມເວລາທ້ອງຖິ່ນຂອງປະເທດອິນເດຍ ເຊິ່ງຈະຫຼວດດັ່ງກ່າວແມ່ນ The Polar Satellite Launch Vehicle (PSLV-C37) ຈະບັນທຸກດາວທຽມ Cartosate-2 ນໍ້າໜັກ 714 ກິໂລ ໄປສູ່ອະວະກາດ ໂດຍໂຄງການນີ້ເປັນສ່ວວນໜຶ່ງຂອງຄວາມມຸ່ງໝັ້ນທີ່ຈະສັງເກດການໂລກ ພ້ອມບັນທຸກດາວທຽມຂະໜາດນ້ອຍ ຫຼື ຮຽກວ່າດາວທຽມນາໂນອີກ 103 ດວງເຊິ່ງມີນໍ້າໜັກພຽງ 664 ກິໂລໄປພ້ອມ.

ໂດຍດາວທຽມຂະໜາດນ້ອຍເຫຼົ່ານັ້ນອິນເດຍຊື້ມາຈາກຫຼາຍປະເທດທົ່ວໂລກ ບໍ່ວ່າຈະເປັນອິດສະຣາແອນ, ກາຊັກສະຖານ, ສະວິດ, ເອເມຣັດ ອາຣັບ ລວມເຖິງສະຫະລັດ ອາເມຣິກາ ເຊິ່ງກຳລັງເປັນທີ່ນິຍົມເນື່ອງຈາກມີນໍ້າໜັກເບົາ ເຮັດໃຫ້ປະໂຫຍດພະລັງງານ ແລະ ປະຫຍັດຄ່າເຊື້ອໄຟອີກດ້ວຍ

No comments

Powered by Blogger.