ຢູ່ຈີນ ເສຍຊີວິດແລ້ວ 79 ຄົນຍ້ອນໄຂ້ຫວັດສັດປີກ - ອິດສະຫຼະ

ຢູ່ຈີນ ເສຍຊີວິດແລ້ວ 79 ຄົນຍ້ອນໄຂ້ຫວັດສັດປີກ



ສຳນັກຂ່າວຕ່າງປະເທດລາຍງານ 15 ກຸມພາ 2017: ທາງການຈີນລາຍງານຍອດຜູ້ເສຍຊີວິດຈາກການຕິດເຊື່ອໄຂ້ຫວັດສັດປີກ H7N9 ໃນເດືອນມັງກອນທີ່ຜ່ານມາວ່າ ມີຜູ້ເສຍຊີວິດແລ້ວ 79 ຄົນ ຖືເປັນຕົວເລກທີ່ເພີ່ມສູງຂຶ້ນຫຼາຍເມື່ອທຽບກັບໄລຍະບໍ່ພໍເທົ່າໃດປີຜ່ານມາ ເຮັດໃຫ້ເກີດຄວາມໜ້າເປັນຫ່ວງວ່າ ຈະເກີດການແຜ່ລະບາດຂອງເຊື້ອໄວຣັສໃນໄລຍະທີ່ມີອາກາດໜາວນີ້.

ຄະນະກຳມະການສຸຂະພາບ ແລະ ການວາງແຜນຄອບຄົວແຫ່ງຊາດຈີນເປີດເຜີຍວ່າ ຕັ້ງແຕ່ເດືອນຕຸລາປີທີ່ຜ່ານມາ ມີຜູ້ເສຍຊີວິດຈາກໄຂ້ຫວັດນົກແລ້ວທັງໝົດ 100 ຄົນ ໂດຍຕົວເລກຜູ້ເສຍຊີວິດໃນເດືອນມັງກອນປີນີ້ເພີ່ມສູງຂຶ້ນຫຼາຍ ຫາກທຽບກັບໄລຍະເວລາດຽວກັນຕະຫຼອດ 3 ປີຜ່ານມາ ເຊິ່ງມີຈຳນວນຜູ້ເສຍຊີວິດຢູ່ປະມານ 20-30 ຄົນເທົ່ານັ້ນ ຄະນະກຳມະການລະບຸຕື່ມອີກວ່າ ພົບຜູ້ຕິດເຊື້ອໄວຣັສເພີ່ມ 192 ຄົນເມື່ອເດືອນຜ່ານມາ.

ຂໍ້ມູນຫຼ້າສຸດຂອງທາງການຈີນເຮັດໃຫ້ເກີດຄວາມວິຕົກກ່ຽວກັບການແຜ່ລະບາດຂອງເຊື້ອໄວຣັສໄຂ້ຫວັດສັດປີໃນປະຊາຊົນ ໂດຍບັນດາຜູ້ຊ່ຽວຊານດ້ານການຄວບຄຸມໂລກອອກມາເຕືອນໃຫ້ປະຊາຊົນໃຊ້ຄວາມລະມັດລະວັງຢ່າໃຫ້ຕິດເຊື້ອໄວຣັສສາຍພັນ H7N9 ໂດຍສະເພາະໃນໄລຍະລະດູໜາວນີ້ ໂດຍຫຼ້າສຸດທາງການຈີນຢືນຢັນພົບເຂດທີ່ມີການແຜ່ລະບາດຂອງເຊື້ອໄຂ້ຫວັດສັດປີ 5 ແຫ່ງ ແລະ ສັ່ງກຳຈັດນົກໄປແລ້ວກວ່າ 175,000 ໂຕ.

No comments

Powered by Blogger.