ໄຊຍະບູລີ ສັ່ງຢຸດຕິການປູກ້ວຍຂອງຕ່າງຊາດ - ອິດສະຫຼະ

ໄຊຍະບູລີ ສັ່ງຢຸດຕິການປູກ້ວຍຂອງຕ່າງຊາດ



ເມື່ອມໍ່ໆມານີ້, ອຳນາດການປົກຄອງແຂວງໄຊຍະບູລີ ປະກາດວ່າ: ນັບແຕ່ກາງປີ 2017 ນີ້ເປັນຕົ້ນໄປ, ແຂວງຂອງຕົນຈະເດັດຂາດບໍ່ໃຫ້ນັກລົງທຶນຕ່າງຊາດ ໂດຍສະເພາະ ສປ ຈີນ ເຂົ້າມາລົງທຶນປູກກ້ວຍຢູ່ແຂວງໄຊຍະບູລີອີກ, ສ່ວນນັກລົງທຶນຈຳນວນ 4 ບໍລິສັດໃຫຍ່ທີ່ໄດ້ເຂົ້າມາລົງທຶນປູກກ້ວຍຢູ່ເມືອງໄຊຍະບູລີ ແລະ ເມືອງພຽງຈຳນວນ 500 ກວ່າເຮັກຕານັ້ນ ທາງແຂວງກໍໄດ້ອອກແຈ້ງການໃຫ້ເຂົາເຈົ້າຢຸດຕິກິດຈະການຂອງຕົນຢ່າງສິ້ນເຊີງນັບແຕ່ກາງປີນີ້ເປັນຕົ້ນໄປ, ພາຍຫລັງກວດ
ເຫັນວ່າໂຄງການປູກກ້ວຍດັ່ງກ່າວມີຫລາຍບັນຫາສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ.

ໃນຂະນະທີ່ອຳນາດການປົກຄອງ ກໍຄືພະແນກກະສິກຳ-ປ່າໄມ້ແຂວງດັ່ງກ່າວໄດ້ແນະນຳກ່າວເຕືອນຜູ້ລົງທຶນຫລາຍຄັ້ງແລ້ວ ແຕ່ບໍ່ມີການປ່ຽນແປງ ໂດຍສະເພາະແມ່ນຫ້າມນຳໃຊ້ປຸ໋ຍເຄມີ, ຢາຂ້າຫຍ້າ ແລະ ຢາປາບສັດຕູພືດບໍ່ຖືກຕ້ອງຕາມຫລັກວິຊາການ ແລະ ອາດຈະມີຜົນກະທົບຮ້າຍແຮງ ນັບທັງໄລຍະສັ້ນ ແລະ ໄລຍະຍາວ. ກໍດັ່ງກໍລະນີເຮັດໃຫ້ປາຕາຍຢ່າງຫລວງຫລາຍຢູ່ນ້ຳງ້າວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃນລະຫວ່າງວັນທີ 12 ກຸມພາຜ່ານມານີ້ ແລະ ຫລາຍກໍລະນີ ເຮັດໃຫ້ກຳມະກອນລາວຜູ້ຮັບຈ້າງເຮັດສວນກ້ວຍດັ່ງກ່າວໄດ້ຮັບສານພິດຈົນເຖິງຂັ້ນອັນຕະລາຍ ແລະ ອື່ນໆ.

ຕໍ່ສະພາບດັ່ງກ່າວ, ຖ້າເບື້ອງລັດເຮົາບໍ່ມີມາດຕະການເຂັ້ມງວດໃນການກວດກາຄຸ້ມຄອງແລ້ວ ກໍຈະເຮັດໃຫ້ຜົນຮ້າຍດັ່ງກ່າວສືບຕໍ່ແກ່ຍາວໄປຢ່າງບໍ່ມີມື້ສິ້ນສຸດ.

ຂ່າວ: ລາວພັດທະນາ

No comments

Powered by Blogger.