ຝົນຕົກໜັກເຮັດໃຫ້ນໍ້າຖ້ວມນະຄອນຫຼວງຈາກາຕາ - ອິດສະຫຼະ

ຝົນຕົກໜັກເຮັດໃຫ້ນໍ້າຖ້ວມນະຄອນຫຼວງຈາກາຕາ



ສຳນັກຂ່າວຕ່າງປະເທດລາຍງານ 21 ກຸມພາ 2017: ນໍ້າຖ້ວມຂັງສູງປະມານ 1.5 ແມັດໃນພື້ນທີ່ສ່ວນໃຫຍ່ຂອງນະຄອນຫຼວງຈາກາຕາ ປະເທດອິນໂດເນເຊຍ ມະຫານະຄອນທີ່ມີປະຊາກອນ 10 ກວ່າຄົນ ຫຼັງມີພາຍຸຝົນຄັ້ງໃນຄືນວັນຈັນທີ່ຜ່ານມາ ເຈົ້າໜ້າທີ່ລາຍງານວ່າ ທໍ່ລະບາຍນໍ້າລະບາຍບໍ່ທັນ ແລະ ນໍ້າໃນແມ່ນ້ຳສາຍຫຼັກໄດ້ຖ້ວມຕາຝັ່ງຄື ສາເຫດຫຼັງຂອງນໍ້າຖ້ວມໃຫຍ່ຄັ້ງນີ້ ແລະ ຍັງມີລາຍງານວ່າມີຜູ້ເສຍຊີວິດແລ້ວ 2 ຄົນ.

ນະຄອນຫຼວງຈາກາຕາເຄີຍເກີດນໍ້າຖ້ວມຄັ້ງໃຫຍ່ສຸດໃນປະຫວັດສາດຍຸກໃຫຍ່ເມື່ອເດືອນມັງກອນ 2013 ມີຜູ້ເສຍຊີວິດ 20 ຄົນ ແລະ ປະຊາຊົນກວ່າ 30,000 ຄົນຕ້ອງອົບພະຍົບອອກຈາກບ່ອນຢູ່ອາໄສໃນເຂດໃຈກາງເມືອງ.

No comments

Powered by Blogger.