ລາວຫາລືມາດຕະການປ້ອງກັນບໍ່ໃຫ້ມໍລະດົກດ້ານວັດທະນະທຳຖືກລັກລອບນຳອອກໄປຕ່າງປະເທດ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEhCY1wqqen5HyCBwqkDmIDOhmFvcyMqGeUJQn7U6ZhSXEg2vfgx2SRJq0wRTg2MNe6wl_salLF9RoEhN0WGPu1sQ9zQySYx0pAQa06QaSgOlkZHUy_07R2h8ay2MXWGyW148QB1Q4r5stE/s1200/%25E0%25BA%259E%25E0%25BA%25B0%25E0%25BA%259E%25E0%25BA%25B8%25E0%25BA%2594%25E0%25BA%2597%25E0%25BA%25B0%25E0%25BA%25AE%25E0%25BA%25B9%25E0%25BA%259A.jpg)
![](https://blogger.googleusercontent.com/img/b/R29vZ2xl/AVvXsEhCY1wqqen5HyCBwqkDmIDOhmFvcyMqGeUJQn7U6ZhSXEg2vfgx2SRJq0wRTg2MNe6wl_salLF9RoEhN0WGPu1sQ9zQySYx0pAQa06QaSgOlkZHUy_07R2h8ay2MXWGyW148QB1Q4r5stE/s400/%25E0%25BA%259E%25E0%25BA%25B0%25E0%25BA%259E%25E0%25BA%25B8%25E0%25BA%2594%25E0%25BA%2597%25E0%25BA%25B0%25E0%25BA%25AE%25E0%25BA%25B9%25E0%25BA%259A.jpg)
ໜັງສືພິມລາວພັດທະນາລາຍງານວ່າ: ວັນທີ 21 ກຸມພານີ້, ກົມມໍລະດົກ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ອົງການອຸຍແນສໂກ, ໄດ້ຈັດກອງປະຊຸມປຶກສາຫາລືລະດັບຊາດຄັ້ງທີ 1 ກ່ຽວກັບການຈັດ ຕັ້ງປະຕິບັດສົນທິສົນຍາ 1970 ວ່າດ້ວຍການເກືອດຫ້າມ ແລະ ການປ້ອງກັນການນຳເຂົ້າ-ສົ່ງ ອອກຊັບສົມບັດວັດທະນະທຳແບບຜິດກົດໝາຍ, ຂຶ້ນທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະ ທານຂອງທ່ານ ທອງໃບ ໂພທິສານ ຫົວໜ້າກົມມໍລະດົກ, ມີທ່ານ ເອຕຽນ ເກລມ໋ອງ ທີ່ປຶກສາ ດ້ານກົດໝາຍຂອງອົງການອຸຍແນສໂກ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ, ເພື່ອທົບ ການປະຕິບັດສົນທິສັນຍາດັ່ງກ່າວຂອງລາວວ່າ: ມີຂໍ້ສະດວກ, ຫຍຸ້ງຍາກແນວໃດ ເພື່ອພ້ອມ ກັນກຳນົດແນວທາງ ແລະ ມາດຕະການ ເພື່ອປ້ອງກັນບໍ່ໃຫ້ມໍລະດົກວັດທະນະທຳຂອງພວກ ເຮົາຖືກນຳໄປຂາຍຢູ່ຕ່າງປະເທດ.
![](https://blogger.googleusercontent.com/img/b/R29vZ2xl/AVvXsEg0wQ24H5kiWsjEZ9NxCQpjyoSSiRUUnOLQnxsDBMhvKQyQ4LkR49pkrOKHdRT2S2wRUCANJgyNizGQbcATnc_31Lpga0KfAXAGE53azdnb0-cc4VcDYI7ITnsBK9OGvrYTRNUWLdEjQL8/s400/145.jpg)
ທ່ານຫົວໜ້າກົມມໍລະດົກ ກ່າວວ່າ: ສປປ ລາວ ໄດ້ຮັບຮອງເອົາສົນທິສັນຍາສະບັບນີ້ ໃນວັນທີ 22 ທັນວາ 2015, ເພື່ອສະແດງໃຫ້ເຫັນເຖິງບູລິມະສິດຂອງລັດຖະບານລາວໃນ ການປົກປັກຮັກສາມໍລະດົກຂອງຕົນ, ດັ່ງທີ່ໄດ້ກ່າວໄວ້ໃນນິຕິກຳ, ນະໂຍບາຍ ແລະ ແຜນຍຸດ ທະສາດແຫ່ງຊາດ, ຊຶ່ງບູລິມະສິດຍັງສະແດງອອກໃນຖະແຫລງການວຽງຈັນກ່ຽວ ກັບການ ສົ່ງເສີມການຮ່ວມມືດ້ານມໍລະດົກວັດທະນະທຳ, ໃນອາຊຽນທີ່ໄດ້ຮັບຮອງໂດຍສະພາ ASCC ຄັ້ງທີ 16 ໃນວັນທີ 31 ສິງຫາ 2016 ເຊັ່ນ: ໄດ້ສະແດງຄວາມກັງວົນ ກ່ຽວກັບໄພຂົ່ມຂູ່ທີ່ ເພີ່ມຂຶ້ນຕໍ່ມໍລະດົກວັດທະນະທຳ ທີ່ເປັນຜົນມາຈາກການລັກລອບ ຄ້າຊັບສິນດ້ານວັດທະນະທຳ. ນອກນີ້ ຍັງໄດ້ຕົກລົງທີ່ຈະສືບຕໍ່ຮັບປະກັນສິດທິຜົນທາງດ້ານກົດໝາຍ ແລະ ນະໂຍບາຍໃນ ການປົກປ້ອງທຸກຮູບການລັກລອບຄ້າຂາຍທີ່ຜິດກົດໝາຍ, ພ້ອມທັງສ້າງຄວາມເຂັ້ມແຂງໃນການ ແລກປ່ຽນຂໍ້ມູນກ່ຽວກັບການລັກລອບຄ້າສິ່ງທີ່ເປັນສິລະປະດ້ານວັດທະນະທຳ, ການຮ່ວມມືໃນ ການສົ່ງຄືນ, ຊອກຫາວິທີໃນການສົ່ງຄືນ ຫລື ການຊ່ວຍເຫລືອອຳນວຍນຄວາມສະດວກໃນ ການສົ່ງຄືນໃຫ້ເຈົ້າຂອງຊັບສິນດ້ານວັດທະນະທຳທີ່ຖືກລັກລອບເອົາໄປຈາກພິທີທະພັນ, ສະ ຖາບັນ ຫລື ບ່ອນເກັບມ້ຽນອື່ນໆ.
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ