ຄົ້ນພົບດາວເຄາະນອກລະບົບສຸລິຍະ 7 ດວງ ມີລັກສະນະຄ້າຍຄືໂລກ ສິ່ງແວດລ້ອມເໝາະສົມສຳລັບສິ່ງມີຊີວິດ - ອິດສະຫຼະ

ຄົ້ນພົບດາວເຄາະນອກລະບົບສຸລິຍະ 7 ດວງ ມີລັກສະນະຄ້າຍຄືໂລກ ສິ່ງແວດລ້ອມເໝາະສົມສຳລັບສິ່ງມີຊີວິດ



ຄະນະນັກດາລາສາດລະຫວ່າງປະເທດເປີດເຜີຍການຄົ້ນພົບດາວເຄາະ ໃນລະບົບດາວແຫ່ງໃໝ່ທີ່ມີລັກສະນະຄ້າຍກັບໂລກມະນຸດເຖິງ 7 ດວງ ຫ່າງຈາກໂລກປະມານ 40 ປີແສງ ຫຼື ປະມານ 378 ລ້ານລ້ານກິໂລແມັດ ແຕ່ຖືວ່າເປັນໄລຍະທາງທີ່ໃກ້ກັບໂລກຕາມມາດຕະຖານທາງດາລາສາດ.

ລາຍງານດັ່ງກ່າວຖືກຕີພິມໃນວາລະສານ Nature ເມື່ອວັນພຸດ 22 ກຸມພາ 2017 ຕາມເວລາໃນສະຫະລັດ ອາເມຣິກາ ລະບຸວ່າດາວເຄາະທີ່ມີຂະໜາດເທົ່າໆກັບໂລກມະນຸດທັງ 7 ດວງນີ້ ມີມວນສານໜ້ອຍກວ່າ ຫຼື ເກືອບເທົ່າກັບໂລກມະນຸດ.

ຂະນະດຽວກັນອຸນຫະພູມຢູ່ເທິງພື້ນຜິວກໍ່ເຊື່ອວ່າມີຄວາມເປັນໄປໄດ້ທີ່ອາດຈະມີຂອງແຫຼວ ຫຼື ນໍ້ຳໄດ້ ເຊິ່ງເປັນລັກສະນະບົ່ງບອກຂອງສະພາບທີ່ເອື້ອອຳນວຍຕໍ່ການມີສິ່ງມີຊີວິດ ດາວເຄາະທັງ 7 ແມ່ນໂຄຈອນໃນລະບົບດາວ TRAPPIST-1 ເຊິ່ງຖືເປັນຄັ້ງທຳອິດທີ່ຄົ້ນພົບລະບົບດາວເຄາະນອກລະບົບສຸລິຍະທີ່ເປັນດາວເຄາະຂະໜາດໃກ້ຄຽງກັບໂລກມະນຸດ.

ທ່ານ Michaël Gillon ນັກລາດາສາດຈາກ University of Liège ໃນແບນຊິກ ກ່າວວ່າຮູ້ສຶກດີໃຈທີ່ຄະນະນັກລາດາສາດໄດ້ຄົ້ນພົບລະບົບດາວທີ່ໜ້າປະທັບໃຈນີ້ຢູ່ນອກລະບົບສຸລິຍະ ເຊິ່ງບໍ່ແມ່ນເປັນພຽງການຄົ້ນພົບດາວເຄາະຫຼາຍໆດວງເທົ່ານັ້ນ ແຕ່ຍັງພົບວ່າດາວເຄາະທັງໝົດມີຂະໜາດດຽວກັບໂລກມະນຸດຢ່າງໜ້າອັດສະຈັນໃຈ

No comments

Powered by Blogger.