5 ອຸປະສັກທີ່ເຮັດໃຫ້ເກມຮັກຕ້ອງສະດຸດ - ອິດສະຫຼະ

5 ອຸປະສັກທີ່ເຮັດໃຫ້ເກມຮັກຕ້ອງສະດຸດ



ບາງຄັ້ງເກມຮັກທີ່ທ່ານປູທາງມາທາງດີກໍ່ຕ້ອງມາສະດຸດຕິດຂັດ ເພາະອຸປະສັກເລັກໆນ້ອຍໆ ຕ້ອງກຳຈັດໃຫ້ໝົດໄປເລີຍດີກວ່າ ຮອບໜ້າຈຶ່ງຈະໄດ້ລ່ຽນໄຫຼໄປຕາມອາລົມ

1. ສຸຂະພາບຮ່າງກາຍບໍ່ພ້ອມ: ການອອກຮົບທຸກຄັ້ງ ສຸຂະພາບຂອງນັກຮົບຄືປັດໄຈຫຼັກ ກາຍພະຍາຍາມເດີນເກມຮັກເມື່ອຝ່າຍໃດຝ່າຍໜຶ່ງມີຮ່າງກາຍທີ່ບໍ່ພ້ອມເຊັ່ນ: ເຫງົານອນ ຫຼື ນອນບໍ່ພໍ, ດື່ມສິ່ງມຶນເມົາຫຼາຍເກີນໄປ ຫຼື ເມົາຄ້າງ ສ່ວນຫຼາຍຈະຈົບລົງດ້ວຍເກມຄ້າງຫຼິ້ນບໍ່ຈົບ ຫຼື ຈົບແຕ່ບໍ່ສົມບູນແບບ ຫຼື ອາດຈະເຖິງຂັ້ນທີ່ຝ່າຍໃດຝ່າຍໜຶ່ງໝົດອາລົມເພາະຢາກພັກຜ່ອນຫຼາຍກວ່າ ທາງທີ່ດີໃຫ້ຮ່າງກາຍພ້ອມກ່ອນ ເກມຮັກກໍ່ຈະດີຂຶ້ນຕາມໄປດ້ວຍ

2. ສະພາບຈິດໃຈຂຸ່ນມົວ: ເລື່ອງນີ້ສຳຄັນບໍ່ແພ້ຮ່າງກາຍເລີຍ ຄວາມຄຽດ, ຄວາມກັງວົນ ຫຼື ບໍ່ສະບາຍໃຈມີຜົນກັບເກມຮັກສະເໝີ ບາງຄົນມີຜົນບໍ່ຫຼາຍກໍ່ອາດຈະພຽງແຕ່ບໍ່ມ່ວນກັບເກມຮັກນັ້ນເທົ່າທີ່ຄວນ ແຕ່ກັບບາງຄົນທີ່ມີຜົນຫຼາຍກໍ່ເຖິງຂັ້ນໝົດຄວາມຮູ້ສຶກຕໍ່ກັບເກມຮັກຈົນເຖິງຂັ້ນເອົາໄດ້ວ່າຝືນໃຈຫຼິ້ນ ເຮັດໄປກໍ່ບໍ່ມ່ວນ ແຖມຈະພາໃຫ້ຫງຸດຫງິດກວ່າເກົ່າອີກ ເພາະຕ່າງຝ່າຍຕ່າງກໍ່ບໍ່ເຕັມທີ່ກັບມັນ ຮູ້ແບບນີ້ແລ້ວຮອບໜ້າຢ່າຝືນ ເລີ່ມເກມຮັກເມື່ອອາລົມປົກກະຕິເພື່ອໃຫ້ທ່ານທັງສອງມີຄວາມສຸກແບບທີ່ຄວນຈະເປັນ

3. ສິ່ງແວດລ້ອມທີ່ມີຜົນຕໍ່ປະສາດສຳຜັດ: ສິ່ງແວດລ້ອມທີ່ວ່ານີ້ ນັບລວມຕັ້ງແຕ່ສະຖານທີ່ທີ່ໃຊ້ໃນການເຮັດກິດຈະກຳ, ມືດເກີນໄປແຈ້ງເກີນໄປ, ຄັບແຄບເກີນໄປ, ມີສຽງລົບກວນເຮັດໃຫ້ຮູ້ສຶກບໍ່ເປັນສ່ວນຕົວ ໄປຈົນເຖິງສະພາບພາຍນອກຂອງແຕ່ລະຝ່າຍທີ່ອາດຈະສົ່ງຜົນກັບອາລົມຂອງອີກຝ່າເຊັ່ນ: ຝ່າຍຊາຍບໍ່ອາບນໍ້າ, ເຫື່ອອອກຫຼາຍ, ມີກິ່ນບໍ່ປາດຖະໜາ, ຝ່າຍຍິງອາດຈະໃສ່ຊຸດຊັ້ນໃນທີ່ບໍ່ດຶງດູດ ເຊິ່ງມີລາຍລະອຽດປີກຍ່ອຍຫຼາຍ ແລະ ແຕກຕ່າງກັນໄປໃນແຕ່ລະຄົນ ແຕ່ລະຄູ່ຈະຕ້ອງເປີດຕໍ່ກັນໃຫ້ຫຼາຍທີ່ສຸດວ່າຕ່າງຝ່າຍມັກແບບໃດ ຮັກແບບໃດໄດ້ຫຼືບໍ່ໄດ້ແບບໃດ ເພື່ອໃຫ້ເກີດຄວາມພໍໃຈຢ່າງສູງສຸດໃນການເຮັດກິດຈະກຳຮ່ວມກັນ

4. ຄວາມຜິດພາດທາງເຕັກນິກ: ປັດໄຈນີ້ເກີດຈາກບັນຫາສະເພາະໜ້າທີ່ທັງຄູ່ບໍ່ຮູ້ມາກ່ອນເຊັ່ນ: ການໃຊ້ຖົງຢາງຍີ່ຫໍ້ບໍ່ເຄີຍໃຊ້ແລ້ວເກີດຄວາມຜິດພາດ ຖົງຢາງແຕກ, ການທົດລອງເຮັດທ່າທີ່ບໍ່ເຄີຍເຮັດມາກ່ອນແລ້ວບໍ່ຖະໜັດ ກາຍເປັນຄວາມປວດເມື່ອຍ ບາດເຈັບ ເຫຼົ່ານີ້ແກ້ໄດ້ດ້ວຍການເຮັດວຽກບ້ານມາກ່ອນ ແລະ ຄ່ອຍໆເປັນຄ່ອຍໆໄປໃນການທົດລອງສິ່ງໃໝ່ໆ ຖ້າບໍ່ເຊັ່ນນັ້ນສິ່ງທີ່ຕັ້ງໃຈຈະທົດລອງເພື່ອໃຫ້ເກີດຄວາມສຸກຂຶ້ນຈະກາຍເປັນປັດໄຈທີ່ເຮັດໃຫ້ໝົດອາລົມແຫ່ງຄວາມສຸກໄປຊື່ໆ

5. ຄວາມບໍ່ພ້ອມໃນດ້ານອາວຸດ: ອາວຸດຂອງຝ່າຍຊາຍບໍ່ຕື່ຕົວເຕັມທີ່ ຫຼື ອາວຸດຂອງຝ່າຍຍິງແຫ້ງແລ້ງບໍ່ພ້ອມດຳເນີນກິດຈະກຳ ເຖິງຈະປຸກປັ້ນປານໃດກໍ່ບໍ່ໄດ້ຜົນ ຄືອຸປະສັກທີ່ສຳຄັນທີ່ເຮັດໃຫ້ເກມຮັກຈົບແບບບໍ່ເປັນທ່າ ເຊິ່ງສາເຫດຂອງຄວາມບໍ່ພ້ອມກໍ່ແຕກຕ່າງກັນອອກໄປ ດ້ານຝ່າຍຍິງອາດຈະມີຜົນມາຈາກຄວາມຄຽດ, ຮໍໂມນ ຫຼື ຄວາມເຈັບປວດ ຂະນະທີ່ຝ່າຍຊາຍກໍ່ອາດຈະມາຈາກຄວາມຄຽດຄວາມກັງວົນ, ພັກຜ່ອນໜ້ອຍ, ການຮັບປະທານຢາບາງຊະນິດ ລວມໄປເຖິງການເສື່ອມສະມັດຕະພາບ ຄວາມບໍ່ພ້ອມດັ່ງກ່າວສາມາດປິ່ນປົວໄດ້ດ້ວຍການເຮັດໃຫ້ອາລົມແຈ່ມໃສ, ເບິ່ງແຍງຮ່າງກາຍໃຫ້ດີດ້ວຍການອອກກຳລັງກາຍ, ພັກຜ່ອນໃຫ້ພຽງພໍ, ຮັບປະທານອາຫານທີ່ມີປະໂຫຍດ ຮັບຮອງວ່າທ່ານຈະພ້ອມອອກຮົບທຸກໆຄັ້ງ ແລະ ເຮັດໄດ້ດີແນ່ນອນ.

ອຸປະສັກເກມຮັກສ່ວວນໃຫຍ່ມັກມີຜົນມາຈາກຄວາມບໍ່ພ້ອມທາງກາຍ ທາງໃຈ ແລະ ສະພາບແວດລ້ອມເລັກໆນ້ອຍໆທີ່ສາມາດປັບປຸງແກ້ໄຂໄດ້ ພຽງແຕ່ທັງສອງຝ່າຍເບິ່ງແຍງຮ່າງກາຍ ແລະ ຈິດໃຈຂອງຕົວເອງໃຫ້ດີກ່ອນ ແລະ ເປີດໃຈຟັງຄວາມຕ້ອງການຂອງກັນ ແລະ ກັນໃຫ້ຫຼາຍທີ່ສຸດ ກວດກາເບິ່ງຄູ່ຂອງທ່ານໃຫ້ດີວ່າຕິດຂັດເລື່ອງຫຍັງ ບ່ອນໃດ ແລ້ວເກມຮັກຄັ້ງຕໍ່ໆໄປຈະລ່ຽນໄຫຼ ແລະ ເຕີມເຕັມຄວາມສຸກໃຫ້ທ່ານທັງຄູ່ໄປພ້ອມໆກັນຢ່າງແທ້ຈິງ.

No comments

Powered by Blogger.