ເຕືອນໃຈແມ່ 3 ພາບໂຄສະນາ ເຫັນແລ້ວຕ້ອງຫວນຄິດ ເພາະລູກເລືອກກິນບໍ່ໄດ້ - ອິດສະຫຼະ

ເຕືອນໃຈແມ່ 3 ພາບໂຄສະນາ ເຫັນແລ້ວຕ້ອງຫວນຄິດ ເພາະລູກເລືອກກິນບໍ່ໄດ້



ສື່ຕ່າງປະເທດໄດ້ສ້າງພາບໂຄສະນາ ເພື່ອໃຫ້ແມ່ທີ່ຍັງມີລູກກິນນົມຢູ່ ໄດ້ຄິດເຖິງການກິນອາຫານໃນຊີວິດປະຈຳວັນ ໂດຍສະເພາະອາຫານທີ່ບໍ່ມີປະໂຫຍດປະເພດນໍ້າອັດລົມ, ໂດນັດ, ແຮັມເບີເກີ້ ເຊິ່ງລ້ວນແຕ່ເຕັມໄປດ້ວຍວັດຖຸດິບທີ່ບໍ່ໄດ້ໃຫ້ປະໂຫຍດຫຍັງກັບລູກເລີຍ ໂດຍໃນພາບຕ້ອງການສື່ໃຫ້ເຫັນວ່າອາຫານທີ່ກິນເຂົ້າໄປນັ້ນ ຈະຖືກສົ່ງຜ່ານແມ່ສູ່ລູກ ທີ່ບໍ່ມີໂອກາດໄດ້ເລືອກກິນ, ສານອາຫານທີ່ບໍ່ມີປະໂຫຍດຈະຖືກສົ່ງຜ່ານມາທາງນໍ້ານົມ ປຽບດັ່ງແມ່ກິນຫຍັງລູກໄດ້ກິນອັນນັ້ນ

ສ່ວນອາຫານທີ່ຢາກແນະນຳໃຫ້ແມ່ທີ່ມີລູກກິນນົມກິນກໍ່ມີຜັກ, ໝາກໄມ້, ທັນຍະພືດ, ກະທຽມ, ກາລົດ, ໄຂ່ ແລະ ເຫັດຊະນິດຕ່າງໆ ແລະ ຄວນງົດເຄື່ອງດື່ມມຶນເມົາ, ເຄື່ອງດື່ມມີຄາເຟອິນ ເພາະຈະສົ່ງຜົນຕໍ່ປະລິມານນໍ້ານົມ ແລະ ການຈະເລີນເຕີບໃຫຍ່ຂອງລູກໄດ້.

ນໍ້າອັດລົມມີສ່ວນປະສົມຂອງຄາເຟອິນ

ແຮັມເບີເກີ້ ສຸດຍອດອາຫານທີ່ວັດຖຸດິບປົນເປື້ອນໄປດ້ວຍການກັນບູດ ແລະ ເສດຊີ້ນບົດມາບົດລວມກັນ

ໂດນັດ ອາຫານທີ່ມີໄຂມັນ ແລະ ນໍ້າຕານໃນປະລິມານຫຼາຍ

No comments

Powered by Blogger.