ຈັບແມ່ຍິງລາວຂົນຢາບ້າ ທີ່ໜອງຄາຍ ອ້າງຫາເງິນເປີດຮ້ານເສີມສວຍໃຫ້ລູກ - ອິດສະຫຼະ

ຈັບແມ່ຍິງລາວຂົນຢາບ້າ ທີ່ໜອງຄາຍ ອ້າງຫາເງິນເປີດຮ້ານເສີມສວຍໃຫ້ລູກ



ທີ່ທ່ານຂົວມິດຕະພາບລາວ-ໄທ 1 ນະຄອນຫຼວງວຽງຈັນ - ໜອງຄາຍ ເຈົ້າໜ້າທີ່ໄທໄດ້ຖະແຫຼງການຈັບກຸມນາງ ແຕ໋ວ ພົມມະລາດ ອາຍຸ 41 ປີ ປະຊາຊົນບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ພ້ອມຂອງກາງຢາບ້ານ 3,945 ແມັດ ໂດຍໄດ້ຈັບກຸມນາງ ແຕ໋ວ ຂະນະທີ່ຂີ່ລົດແທັກຊີປະຈຳຂົວຂ້າມຈາກ ສປປ.ລາວ ໄປເຖິງໄທໄດ້ປະກອບເອກະສານຜ່ານແດນ ພາຍກະເປົ໋າ ເຈົ້າໜ້າທີ່ຂໍກວດຄົ້ນພົບວ່າພາຍໃນກະເປົ໋າມີກ່ອງໃສ່ຊອງນໍ້າໝາກກ້ຽງຜົງ ມີຢາບ້າບັນຈຸຖົງຢາງສີຟ້າເຊື່ອງຢູ່ ເຈົ້າໜ້າທີ່ໄດ້ຈຶ່ງໄດ້ຄຸມຕົວໄວ້ເພື່ອສອບສວນ

ຈາກການສອບສວນາງ ແຕ໋ວ ໃຫ້ການຮັບສາລະພາບວ່າ ມີອາຊີບຂາຍເຄື່ອງສຳອາງ ມັກຈະຂ້າມມາຊື້ເຄື່ອງສຳອາງຢູ່ໜອງຄາຍໄປຂາຍເປັນປະຈຳ ໃນຄັ້ງນີ້ມີໝູ່ຄົນລາວນຳກັນ ຈ້າງໃຫ້ນຳຢາບ້າມາສົ່ງໃຫ້ກັບລູກຄ້າບໍລິເວນໜ້າໂຮງໝໍໜອງຄາຍ ເມື່ອສົ່ງຢາບ້າແລ້ວຈະຈ່າຍຄ່າຈ້າງໃຫ້ 5,000 ບາດ ຕ້ອງການເງິນໄປເປີດຮ້ານເສີມສວຍໃຫ້ລູກສາວ ເພາະອິດູຕົນລູກສາວທີ່ຕ້ອງໄປເຮັດວຽກເປັນລູກຈ້າງຢູ່ຮ້ານເສີມສວຍຂອງຄົນອື່ນ ຈຶ່ງຕົກລົງເຮັດ ໂດຍໝູ່ໄດ້ນຳເອົາຢາບ້າມາສົ່ງໃຫ້ຢູ່ເຮືອນ ຈຶ່ງນຳໄປໃສ່ກະເປົ໋າມານຳ ຄັ້ງນີ້ແມ່ນເຮັດຄັ້ງທຳອິດແຕ່ຖືກຈັບໄດ້ກ່ອນ ເຈົ້າໜ້າທີ່ຈຶ່ງຄຸມຕົວສົ່ງພະນັກງານສືບສວນ ໃຫ້ດຳເນີນການຕາມກົດໝາຍຕໍ່ໄປ.

No comments

Powered by Blogger.