ມາເລເຊຍຂັບໄລ່ທູດເກົາຫຼີເໜືອໃຫ້ອອກນອກປະເທດພາຍໃນ 48 ຊົ່ວໂມງ - ອິດສະຫຼະ

ມາເລເຊຍຂັບໄລ່ທູດເກົາຫຼີເໜືອໃຫ້ອອກນອກປະເທດພາຍໃນ 48 ຊົ່ວໂມງ



ສຳນັກຂ່າວຕ່າງປະເທດລາຍງານ 5 ມີນາ 2017 ວ່າ: ທາງການຂອງປະເທດມາເລເຊຍປະກາດໃນວັນເສົາທີ 4 ມີນາ 2017 ໃຫ້ທ່ານ ຄັງ ຊອນ ເອກອັກຄະລັດຊະທູດເກົາຫຼີເໜືອເປັນບຸກຄົນບໍ່ເພິ່ງປາດຖະໜາ ແລະ ຂໍໃຫ້ເດີນທາງອອກຈາກປະເທດພາຍໃນ 48 ຊົ່ວໂມງ ເພື່ອຕອກຢໍ້າບັນຫາຄວາມສຳພັນທາງການທູດລະຫວ່າງປະເທດ ຫຼັງເກີດກໍລະນີການລອບຂ້າທ່ານ ຄິມ ຈອງ-ນຳ ອ້າຍຄົນລະແມ່ຂອງຜູ້ນຳສູງສຸດປະເທດເກົາຫຼີເໜືອ.

ເຊິ່ງທ່ານ ຄິມ ຈອງ-ນຳ ເສຍຊີວິດເມື່ອວັນທີ 13 ກຸມພາ 2017 ທີ່ສະໜາມບິນນານາຊາດກົວລາລຳເປີ ຫຼັງຖືກລອບຂ້າໂດຍແມ່ຍິງ 2 ຄົນເຊິ່ງເຈົ້າໜ້າທີ່ຕຳຫຼວດເຊື່ອວ່າທາສານ VX ເຊິ່ງເປັນພິດຮ້າຍແຮງໃສ່ໃນໜ້າຂອງທ່ານ ຄິມ ເຖິງຢ່າງໃດກໍ່ຕາມ ທ່ານ ຄັງ ອອກມາກ່າວໃນໄລຍະນັ້ນວ່າ ລັດຖະບານເກົາຫຼີເໜືອບໍ່ສາມາດເຊື່ອຖືການສືບສວນຂອງມາເລເຊຍໄດ້ ແລະ ກ່າວຫາມາເລເຊຍວ່າສົມຮູ້ຮ່ວມຄິດກັບອິດທິພົນພາຍນອກ.

ຄົນເວົ້າຂອງທ່ານ ຄັງ ເຮັດໃຫ້ນາຍົກລັດຖະມົນຕີ ນາຈິບ ຣາຊັກ ອອກມາວິພາກວິຈານຢ່າງຮຸນແຮງ ໂດຍລະບຸວ່າເປັນການເສຍມາລະຍາດທາງການທູດ

ລ່າສຸດໃນວັນເສົາທີ່ຜ່ານມາ ກະຊວງຕ່າງປະເທດມາເລເຊຍປະກາດຂັບໄລ່ທ່ານ ຄັງ ອອກຈາກປະເທດ ໂດຍລະບຸວ່າ ເຂົາເຈົ້າຮຽກຮ້ອງຄຳຂໍໂທດຈາກທ່ານ ຄັງ ມາຕະຫຼອດ ແຕ່ສິ່ງນັ້ນກໍ່ບໍ່ເກີດຂຶ້ນ ມາເລເຊຍຈະຕອບສະໜອງຢ່າງຮຸນແຮງຕໍ່ການກ່າວປະມາດ ຫຼື ຄວາມພະຍາຍາມໃດໆກໍ່ຕາມທີ່ຈະທຳລາຍຊື່ສຽງຂອງປະເທດ.

No comments

Powered by Blogger.