ຊາວໂຊມາລີຕາຍເພາະໄພອຶດຫິວກວ່າ 100 ຄົນພາຍໃນ 2 ມື້ - ອິດສະຫຼະ

ຊາວໂຊມາລີຕາຍເພາະໄພອຶດຫິວກວ່າ 100 ຄົນພາຍໃນ 2 ມື້



ສຳນັກຂ່າວຕ່າງປະເທດລາຍງານ 5 ມີນາ 2017 ວ່າ: ທ່ານ ອາລີ ໄຄເຣ ນາຍົກລັດຖະມົນຕີຂອງໂຊມາລີກ່າວເມື່ອວັນເສົາຜ່ານມາວ່າໃນຮອບ 48 ຊົ່ວໂມງທີ່ຜ່ານມາ ມີຜູ້ເສຍຊີວິດຢ່າງໜ້ອຍ 100 ຄົນ ຈາກພາວະອຶດຫິວ ແລະ ໂລກຂີ້ຖອກທ້ອງຢ່າງຮຸນແຮງ ທີ່ເປັນຜົນຈາກສະພາບອາກາດຮ້ອນຈັດເພາະໄພແລ້ງ ໂດຍຜູ້ເສຍຊີວິດສ່ວນໃຫຍ່ຢູ່ພາກໃຕ້ຂອງປະເທດ.

ເຊິ່ງລັດຖະບານໂຊມາລີຢືນຢັນທີ່ຈະມອບຄວາມຊ່ວຍເຫຼືອໃຫ້ແກ່ປະຊາຊົນຢ່າງເຕັມທີ່ ເພາະເມື່ອປີ 2011 ມີຜູ້ເສຍຊີວິດເພາະຄວາມອຶດຫິວຫຼາຍເຖິງ 260,000 ຄົນສະເພາະໃນໂຊມາລີ ຂະນະທີ່ສະຖານະການໃນປີນີ້ມີທິດທາງຈະຮຸນແຮງຫຼາຍກວ່າປີທີ່ຜ່ານມາ ເນື່ອງຈາກຫຼາຍປະເທດໃນພູມມິພາກອາຟຣິກາຕາເວັນອອກປະສົບກັບພາວະອຶດຫິວຢ່າງໜັກໜ່ວງ ໂດຍຊູດານໃຕ້ປະກາດພາວະສຸກເສີນໃນພາກເໜືອຂອງປະເທດເມື່ອເດືອນທີ່ຜ່ານມາ ໃນດ້ານຂອງອົງກອນສະຫະປະຊາຊາດ ຮຽກຮ້ອງປະຊາຄົມໂລກຮ່ວມກັນລະດັບເງິນຊ່ວຍເຫຼືອໃຫ້ໄດ້ຢ່າງໜ້ອຍ 4,400 ລ້ານໂດລາສະຫະລັດພາຍໃນເດືອນມີນານີ້.

No comments

Powered by Blogger.