ລັດຖະບານຈີນຄັດຄ້ານເອກະລາດໄຕຫວັນ-ຮອງກົງ - ອິດສະຫຼະ

ລັດຖະບານຈີນຄັດຄ້ານເອກະລາດໄຕຫວັນ-ຮອງກົງ



ສຳນັກຂ່າວຕ່າງປະເທດລາຍງານ 5 ມີນາ 2017 ວ່າ: ນາຍົກລັດຖະມົນຕີ ຫຼີ ເຄີສຽງ ກ່າວຖະແຫຼງຕໍ່ທີ່ປະຊຸມສະພາປະຊາຊົນແຫ່ງຊາດ ໃນນະຄອນຫຼວງປັກກິ່ງມີໃຈຄວາມໃນຕອນໜຶ່ງກ່ຽວກັບສະຖານະການທາງການເມືອງໃນໄຕຫວັນ ແລະ ຮອງກົງ ວ່າແຜ່ນດິນໃຫຍ່ຄັດຄ້ານທຸກິດຈະການທີ່ບົ່ງຊີ້ເຖິງຄວາມຕ້ອງການແບ່ງແຍກດິນແດນໃນໄຕຫວັນ ແລະ ຮອງກົງ ຈີນຈະບໍ່ອົດທົດຕໍ່ "ຄວາມພະຍາຍາມທຸກຮູບແບບ" ໃນການແບ່ງແຍກດິນແດນທັງສອງແຫ່ງອອກຈາກ "ແຜ່ນດິນແມ່"

ເຖິງຢ່າງໃດກໍ່ຕາມທ່ານ ຫຼີ ຢືນຢັນວ່າລັດຖະບານຈີນຕ້ອງການສັນຕິພາບ ແລະ ສະຖຽນລະພາບລະຫວ່າງຊ່ອງແຄບ ໂດຍທິດທາງນະໂຍບາຍລວມເຖິງການເພີ່ມມູນຄ່າການລົງທຶນ, ການເພີ່ມຖ້ຽມບິນໂດຍກົງເພື່ອສົ່ງເສີມການທ່ອງທ່ຽວຂ້າມຊ່ອງແຄບ ເພື່ອຄວາມສຳພັນຂອງຈີນ "ທີ່ເປັນໜຶ່ງດຽວ" ຂະນະທີ່ໃນສ່ວນຂອງຮອງກົງນັ້ນ ນາຍົກລັດຖະມົນຕີຈີນເນັ້ນຢໍ້າວ່າ ແນວຄິດເລື່ອງການໃຫ້ຮອງກົງເປັນອິດສະຫຼະ "ບໍ່ມີທາງໄດ້ຜົນ"

ທັງນີ້ຮອງກົງເຄີຍເປັນດິນແດນພາຍໃຕ້ອານານິຄົມຂອງອັງກິດເປັນເວລາ 99 ປີ ແລະ ກັບຄືນສູ່ອະທິປະໄຕຂອງລັດຖະບານຈີນອີກຄັ້ງເມື່ອປີ 1997 ໂດຍຈະຢູ່ໃນສະຖານະເຂດປົກຄອງພິເສດ "1 ປະເທດ 2 ລະບອບ" ເປັນເວລາຢ່າງໜ້ອຍ 50 ປີ ຕາມຂໍ້ຕົກລົງລະຫວ່າງອັງກິດກັບຈີນ.

No comments

Powered by Blogger.