ເຫື່ອອອກແບບໃດ ຖືວ່າເປັນສັນຍານເຕືອນ - ອິດສະຫຼະ

ເຫື່ອອອກແບບໃດ ຖືວ່າເປັນສັນຍານເຕືອນ



ເຊື່ອວ່າຫຼາຍໆຄົນຄົງມີປະສົບການອາການເຫື່ອອອກ ທີ່ແຕກຕ່າງກັນໄປ ບໍ່ວ່າຈະເປັນອຸນຫະພູມທີ່ສູງເກີນໄປ ຫຼື ອາດເປັນເພາະປັດໄຈຕ່າງໆອາກາດເຫື່ອອອກນັ້ນ ເປັນເລື່ອງປົກກະຕິຂອງຂະບວນການໃນຮ່າງກາຍຄົນເຮົາທີ່ຂັບຖ່າຍຂອງເສຍອອກມາໃນຮູບແບບຂອງເຫື່ອ ດັ່ງນັ້ນ, ເຮົາຄວນຈະຕ້ອງມາທຳຄວາມຮູ້ຈັກກັບເຫື່ອກັນກ່ອນ.

ເຫື່ອ (Sweat gland) ມີ 2 ຊະນິດດ້ວຍກັນຄື:
1. ຊະນິດທີ່ສ້າງຈາກຕ່ອມ Eccrine (Eccrine sweat gland) ເຊິ່ງນອກຈາກຈະບໍ່ສ້າງເຫື່ອທີ່ກໍ່ໃຫ້ເກີດກິ່ນກາຍແລ້ວ ຕ່ອມນີ້ຍັງກະຈາຍຢູ່ເປັນຈຳນວນຫຼາຍທົ່ວຮ່າງກາຍ ໂດຍສະເພາະບໍລິເວນຝາມື ແລະ ຝາຕີນ ຍົກເວັ້ນຢູ່ຮີມສົບ, ປາຍອະໄວຍະວະເພດຊາຍ ແລະ ບໍລິເວນ (ແxດ) Clitoris ຂອງອະໄວຍະວະເພດຍິງ.

2. ຊະນິດສ້າງຈາກຕ່ອມ Apocrine (Apocrine sweat gland) ເຊິ່ງເຮັດໃຫ້ເກີດກິ່ນຕົວ ແລະ ຕ່ອມນີ້ຈະເລີ່ມເຮັດວຽກໃນຕອນເລີ່ມເຂົ້າສູ່ໄວໜຸ່ມ ແລະ ມີຢູ່ສະເພາະຈຸດໄດ້ແກ່: ບໍລິເວນຂີ້ແຮ້, ອະໄວຍະວະເພດພາຍນອກ ແລະ ບໍລິເວນຮອບໆທະວານໜັກ

ເຖິງຢ່າງໃດກໍ່ຕາມປັດຈຸບັນພົບຕ່ອມເຫື່ອອີກຊະນິດໜຶ່ງທີ່ຮຽກວ່າຕ່ອມ Apoeccrine (Apoeccrine sweat gland) ທີ່ເປັນຕ່ອມທີ່ມີເພາະທີ່ຂີ້ແຮ້ ແລະ ເລີ່ມເຮັດວຽກເມື່ອເຂົ້າສູ່ໄວໜຸ່ມເຊັ່ນກັນ ມີລັກສະນະຄ້າຍກັບທັງ 2 ຕ່ອມທີ່ກ່າວໄປແລ້ວ ແຕ່ຈະສ້າງເຫື່ອໄດ້ຄ້າຍກັບຕ່ອມ Eccrine ແຕ່ມີປະລິມານຫຼາຍກວ່າເຖິງ 10 ເທົ່າ ແລະ ພົບຈຳນວນຕ່ອມໄດ້ຫຼາຍກວ່າຄົນທົ່ວໄປເມື່ອມີພາວະຫຼັ່ງເຫື່ອຫຼາຍໃນບໍລິເວນຂີ້ແຮ້

ເຫື່ອພາວະປົກກະຕິ: ສາມາດພົບໄດ້ໃນຊ່ວງມີການອອກກຳລັງກາຍ, ອາກາດຮ້ອນ/ອົບເອົ້າ, ກິນອາຫານເຜັດ/ອາຫານຮ້ອນ, ຕື່ນເຕັ້ນ, ຄຽດ ຫຼື ເປັນໄຂ້ ແລະ ພາວະຫຼັ່ງເຫື່ອຫຼາຍກໍ່ເປັນພາວະທີ່ພົບໄດ້ເລື້ອຍໆ ເຖິງຈະບໍ່ມີສະຖິຕິຮອງຮັບ ແຕ່ໄດ້ມີການປະມານວ່າ ປະຊາກອນທັງໝົດສາມາດພົບພາວະນີ້ໄດ້ປະມານ 0.6 - 1% ໄດ້ທຸກເພດທຸກໄວເທົ່າໆກັນ ຫາກແບ່ງລັກສະນະເຫື່ອອອກໄດ້ເປັນ 2 ປະເພດດັ່ງນີ້:

1. ເຫື່ອອອກທົ່ວຮ່າງກາຍ: ເຫື່ອອກທັງຕົວ ຫຼື ເຮົາມັກເອີ້ນວ່າ: ເຫື່ອແຕກ ນັ້ນອາດຈະມີປັດໄຈມາຈາກຫຼາຍສາເຫດ ບໍ່ວ່າຈະມາຈາກຄວາມຮ້ອນທີ່ເຂົ້າໄປທຳຮ້າຍຮ່າງກາຍ ເມຕາໂບລິຊຶມທີ່ສູງຂຶ້ນ ຫຼື ອາລົມຕື່ນເຕັ້ນກໍ່ອາດເຮັດໃຫ້ມີເຫື່ອອກໄດ້ເຊັ່ນກັນ.

2. ເຫື່ອສະເພາະຈຸດ: ຕາມຫຼັກການແພດປັດຈຸບັນຍັງບໍ່ສາມາດລະບຸໄດ້ວ່າເກີດຈາກຫຍັງ ອາດຈະເກີດຈາກຕ່ອມເຫື່ອບໍລິເວນນັ້ນເຮັດວຽກຜິດປົກກະຕິ ແຕ່ຕາມຫຼັກການແພດຈີນນັ້ນໄດ້ແບ່ງດັ່ງນີ້:

1. ເຫື່ອອອກຕອນກາງເວັນ: ຢູ່ດີໆບໍ່ໄດ້ເຮັດຫຍັງເຫື່ອກໍ່ໄຫຼເອງ ເຫື່ອແບບນີ້ມາຈາກມ້າມທີ່ຢູ່ໃນຮ່າງກາຍເຮົາອ່ອນແອ ການບຳລຸງມ້າມຈະຊ່ວຍຢຸດເຫື່ອໄດ້ປະມານໜຶ່ງຈາກນັ້ນແລ້ວອາການກໍ່ຈະດີຂຶ້ນຕາມລຳດັບ

2. ເຫື່ອອອກຕອນກາງຄືນ: ເປັນເຫື່ອທີ່ອອກຕອນນອນ ຕື່ນເຊົ້າມາກໍ່ບໍ່ມີແລ້ວ ທາງແພດຈີນຖືວ່າອາການຂອງຢີນອ່ອນແອ ໝາຍເຖິງຢີນນ້ອຍ ເຊິ່ງຕ້ອງບຳລຸງຢີນ ໂດຍທາງທີ່ດີໃຫ້ໄປປຶກສາກັບແພດໝໍຜູ້ຊ່ຽວຊານ

3. ເຫື່ອອອກຢູ່ຂີ້ແຮ້ຫຼາຍເກີນໄປ: ເຫື່ອອກຢູ່ຂີ້ແຮ້ເປັນບັນຫາສຳລັບເຮົາຫຼາຍຢ່າງ ຖ້າມີກິ່ນນຳຈະເຮັດໃຫ້ຍິ່ງເສຍຄວາມໝັ້ນໃຈ ເຫື່ອບໍລິເວນຂີ້ແຮ້ຫຼາຍຜິດປົກກະຕິນັ້ນອາດເກີດຈາກຕ່ອມເຫື່ອຜະລິດເຫື່ອຫຼາຍເກີນໄປ ຫຼື ວ່າເຮົາຮັບປະທານອາຫານຫຼາຍເກີນໄປ ອັນນີ້ມີວິທີແກ້ກໍ່ຄື ອາດຈະງົດອາຫານທີ່ມີລົດຊາດຈັດເກີນໄປເຊັ່ນ: ກະທຽມ, ເຄື່ອງເທດຕ່າງໆ ແຕ່ຕາມຫຼັກການແພດຈີນອາດຈະມີສາເຫດມາຈາກຫົວໃຈຮ້ອນ ຫຼື ຫົວໃຈອ່ອນແອ ເພາະເສັ້ນລົມປານຈຸດທຳອິດຂອງຫົວໃຈກໍ່ມາຈາກຂີ້ແຮ້ນັ້ນເອງ ຄວາມຄຽດກໍ່ເປັນຜົນເຮັດໃຫ້ເຫື່ອອກຫຼາຍເຊັ່ນກັນເຊັ່ນ: ຕອນເຂົ້າຫ້ອງເສັງ ຫຼື ສຳພາດວຽກ ເປັນຕົ້ນ

4. ເຫື່ອອອກບໍລິເວັນອະໄວຍະວະເພດ: ຫຼາຍຄົນມີອາການນີ້ ເຫື່ອອອກບໍລິເວນອະໄວຍະວະເພດຫຼາຍເກີນໄປນັ້ນຈະເຮັດໃຫ້ເກີດການໝັກດອງ ແລະ ມີກິ່ນ ເກີດມາຈາກຄວາມຮ້ອນຊຸ່ມຢູ່ດ້ານໃນ ເຮັດໃຫ້ມີອາກາຍຫຼາຍຢ່າງຕາມມາເຊັ່ນ: ຄັນບໍລິເວນອະໄວຍະວະເພດ, ອະໄວຍະວະເພດມີກິ່ນແຮງ ທາງທີ່ມີຄວນມາພົບແພດດີກວ່າ ເພາະການປິ່ນປົວຄວາມຊຸ່ມຂ້ອນຂ້າງຍາກ ບາງຄົນອາດຈະມີອາການຂອງຕ່ອມລູກໝາກໃຫຍ່, ຕ່ອມລູກໝາກອັກເສບ ຫຼື ໂລກຕິດຕໍ່ທາງເພດສຳພັນກໍ່ເປັນສາເຫດເຮັດໃຫ້ເກີດເຫື່ອອອກຢູ່ອະໄວຍະວະເພດໄດ້ເຊັ່ນກັນ

5. ເຫື່ອອອກຢູ່ມື: ຫຼາຍຄົນຖາມວ່າເປັນໂລກຫົວໃຈຫຼືບໍ່ ແຕ່ໄປກວດຄື້ນໄຟຟ້າຫົວໃຈ ກໍ່ບໍ່ເຫັນມີຫຍັງເລີຍປົກກະຕິດີ ແຕ່ຕາມຫຼັກການແພດຈີນນັ້ນມາຈາກຫຼາຍສາເຫດເຊັ່ນ: ກະເພາະ ແລະ ມ້າມຮ້ອນຂຶ້ນ ອາດຈະເກີດຈາກພາຍໃນມີຄວາມຮຸ້ນຊຸ່ມສູງເຮັດໃຫ້ເຫື່ອຖືກຂັບອອກຕາມມືຕາມຕີນໄດ້ ແລະ ອີກຢ່າງໜຶ່ງຄື ມ້າມອ່ອນແອກໍ່ອາດຈະເຮັດໃຫ້ເຫື່ອອອກຕາມມືຕາມຕີນໄດ້ເຊັ່ນກັນ ເພາະມ້າມຄວບຄຸມກ້າມເນື້ອມື ແລະ ຕີນ.

ທັງໝົດນີ້ ເປັນອາການກ່ຽວກັບເຫື່ອບອກໂລກເບື່ອງຕົ້ນ ເຊິ່ງຫວັງວ່າຜູ້ສົນໃຈຈະໄດ້ຄວາມຮູ້ກ່ຽວກັບເຫື່ອຫຼາຍຂຶ້ນ ແລະ ບໍ່ຕ້ອງກະວົນກະວາຍຄິດວ່າ ຂ້ອຍເປັນໂລກຫຍັງ ສຸດທ້າຍບໍ່ວ່າເຮົາຈະມີອາການແປກໆແບບໃດຈົ່ງຢ່າງຖືເບົາ ຄວນໄປປຶກສາແພດໝໍຜູ້ຊ່ຽວຊານ ແລະ ມີການປິ່ນປົວຢ່າງຈະດີກວ່າ.

No comments

Powered by Blogger.