ກອງທັບສະຫະລັດປູພົມໂຈມຕີທາງອາກາດໃນເຢເມນ - ອິດສະຫຼະ

ກອງທັບສະຫະລັດປູພົມໂຈມຕີທາງອາກາດໃນເຢເມນ



ສຳນັກຂ່າວຕ່າງປະເທດລາຍງານ 4 ມີນາ 2017 ວ່າ: ກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ອອກຖະແຫຼງການວ່າກອງທັບໄດ້ປະຕິບັດການໂຈມຕີທາງອາກາດໃນເຢເມນຕໍ່ເນື່ອງເປັນມື້ທີ 2 ເມື່ອວັນສຸກທີ່ຜ່ານມາ ໂດຍໃຊ້ທັງເຮືອບິນຂັບໄລ່ ແລະ ໂດຣນ ເນັ້ນເປົ້າໂຈມຕີຖານປະຕິບັດການຂອງກຸ່ມອັນ-ກໍອິດະໃນຄາບສະໝຸດອາຣະເບຍ (AQAP) ພາກໃຕ້ຂອງເຢເມນ ເຊິ່ງການໂຈມຕີເກີດຂຶ້ນແລ້ວກວ່າ 30 ຄັ້ງ ແລະ ໄດ້ຮັບຄວາມຮ່ວມມືເປັນຢ່າງດີຈາກລັດຖະບານເຢເມນ ເຖິງແມ່ນວ່າລາຍງານຈາກລັດຖະບານສະຫະລັດຍັງບໍ່ໄດ້ລະບຸຈຳນວນຜູ້ເສຍຊີວິດ ແລະ ຍັງສະຫງວນທ່າທີເລື່ອງການໂຈມຕີໃນຄັ້ງຕໍ່ໄປ ແຕ່ເຈົ້າໜ້າທີ່ທ້ອງຖິ່ນລາຍງາຍວ່າມີສະມາຊິກກຸ່ມ AQAPເສຍຊີວິດຢ່າງໜ້ອຍ 20 ຄົນ.


ເຊິ່ງເຢເມນກາຍເປັນປະເທດທີ່ເຂົ້າໄປມີສ່ວນກ່ຽວຂ້ອງກັບນະໂຍບາຍຄວາມໝັ້ນຄົງຂອງສະຫະລັດ ນັບຕັ້ງແຕ່ປະທານາທິບໍດີໂດໂນ ທຣຳ ຮັບຕຳແໜ່ງຜູ້ນຳສະຫະລັດເມື່ອວັນທີ 20 ມັງກອນ ປີທີ່ຜ່ານມາ ແລະ ປະມານ 1 ອາທິດຫຼັງຈາກນັ້ນຄືວັນທີ 29 ມັງກອນ ທ່ານ ທຣຳ ສັ່ງການໃຫ້ໜ່ວຍຮົບພິເສດ ປະຕິບັດການໂຈມຕີສະຖານທີ່ກົບດານຂອງກຸ່ມ AQAP ແຕ່ມີໜ່ວຍຮົບພິເສດເສຍຊີວິດ 1 ຄົນ ແລະ ປະຊາຊົນເຢເມນອີກຢ່າງໜ້ອຍ 16 ຄົນ ສ່ວນກຸ່ມ AQAP ເສຍຊີວິດ 14 ຄົນ ກໍ່ໃຫ້ເກີດສຽງວິພາກວິຈານກ່ຽວກັບຄວາມໜ້າເຊື່ອຖື ແລະ ຄວາມພ້ອມຕໍ່ປະສິດທິພາບຂອງວຽກງານການຂ່າວກອງໃນຄັ້ງນັ້ນ ເຖິງຢ່າງໃດກໍ່ຕາມທ່ານ ທຣຳ ກ່າວໂທດບັນດານາຍພົນຕໍ່ຄວາມສູນເສຍທັງໝົດທີ່ເກີດຂຶ້ນ.


No comments

Powered by Blogger.