ຈີນປະກາດເພີ່ມງົບປະມານທາງການທະຫານ 7% ໃນປີ 2017 - ອິດສະຫຼະ

ຈີນປະກາດເພີ່ມງົບປະມານທາງການທະຫານ 7% ໃນປີ 2017



ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ 4 ມີນາ 2017 ວ່າ ທ່ານ ນາງ ຟູ່ ອິງ ໂຄສົກສະພາປະຊາຊົນແຫ່ງຊາດຂອງຈີນ ຖະແຫຼງວ່າ: ຮ່າງແຜນງົບປະມານປະຈຳປີນີ້ ຈະມີການເພີ່ມງົບປະມານທາງດ້ານທະຫານ "ປະມານ 7% ເພື່ອເສີມສ້າງສະຖຽນລະພາບດ້ານຄວາມໝັ້ນຄົງ ແລະ ເປັນການປ້ອງກັນປະເທດຈາກການແຊກແຊງຈາກພາຍນອກ ຕໍ່ກໍລະນີພິພາດເລື່ອງອານາເຂດທາງທະເລໃນທະວີບອາຊີ ໂດຍຈະມີການປະກາດຕົວເລກໃຫ້ຮູ້ອີກຄັ້ງລະຫວ່າງການປະຊຸມໃຫຍ່ຂອງສະພາປະຊາຊົນແຫ່ງຊາດ ທີ່ຈະເລີ່ມຂຶ້ນຢ່າງເປັນທາງການໃນວັນທີ 4 ມີນາ ນີ້ ແຕ່ຖືເປັນການເພີ່ມງົບປະມານທາງການທະຫານໃນລະດັບ "ໜ້ອຍທີ່ສຸດ" ນັບຕັ້ງແຕ່ປີ 2010 ແລະ ເປັນປີທີ 2 ຕິດຕໍ່ກັນທີ່ເປັນເປີເຊັນເລກຫຼັກດຽວ.

No comments

Powered by Blogger.