ISIS ປະກາດສົງຄາມລ້າງແຄ້ນກັບຈີນ - ອິດສະຫຼະ

ISIS ປະກາດສົງຄາມລ້າງແຄ້ນກັບຈີນ



ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນໃນມື້ວັນນີ້ (3 ມິນາ 2017) ວ່າ ທາງການຈີນເກີດເປັນຫ່ວງກ່ຽວກັບກຸ່ມຊາວອຸຍກູ ເຊິ່ງສ່ວນໃຫຍ່ເປັນຊາວມຸດສະລິມຈາກເຂດປົກຄອງຕົນເອງຊິນຈຽງ ທາງພາກຕາເວັນຕົກສຽງເໜືອຂອງປະເທດ ເດີນທາງໄປຮ່ວມສູ້ຮົບກັບກຸ່ມ ISIS ໃນຊີຣີ ແລະ ອິຣັກ ໂດຍຄົນກຸ່ມນີ້ລັກລອບເດີນທາງໂດຍຜິດກົດໝາຍ ຜ່ານປະເທດໃນອາຊີຕາເວັນອອກສຽງໃຕ້ ແລະ ຕວັກກີ.

ກ່ອນໜ້ານີ້ກຸ່ມ ISIS ອອກປະກາດສະແດງຄວາມຮັບຜິດຊອບການສັງຫານຕົວປະກັນຊາຍຊາວຈີນ 1 ລາຍ ໃນຊີຣີເມື່ອເດືອນພະຈິກ 2015.

ກຸ່ມ ISIS ໃນອິຣັກເຜີຍແຜ່ຄລິບວິດີໂອ ທີ່ມີຄວາມຍາວ 30 ນາທີ ສະແດງໃຫ້ເຫັນການເຝິກຝົນອາວຸດ ແລະ ຍຸດທະວິທີຂອງກຸ່ມນັກຮົບອຸຍກູໃນອິຣັກ ລວມທັງພາບບາງສ່ວນໃນຊິນຈຽງ ລວມເຖິງພາບຕຳຫຼວດຈີນຕາມທ້ອງຖິ່ນ, ນັກຮົບຄົນໜຶ່ງໃນວິດີໂອກ່າວວ່າ "ພີ່ນ້ອງທັງຫຼາຍ ມື້ນີ້ພວກເຮົາກຳລັງຕໍ່ສູ້ກັບກຸ່ມຄົນນອກສາສະໜາທົ່ວໂລກ ແລະ ເຮົາຈະປັກທຸງ ISIS ໃນອາເມຣິກາ, ຈີນ, ລັດເຊຍ ແລະ ທຸກດິນແດນຂອງພວກນອກສາສະໜາທົ່ວໂລກ" ສ່ວນັກຮົບອີກຄົນໜຶ່ງກ່າວວ່າ "ເພື່ອແກ້ແຄ້ນໃຫ້ກັບນໍ້າຕາທີ່ໄຫຼອອກຈາກຕາຂອງຜູ້ຖືກກົດຂີ່ໃນຊິນຈຽງພວກເຮົາຈະເຮັດໃຫ້ເລືອຂອງພວກມັນໄຫຼນອງເປັນສາຍນໍ້າ".

ໜັງສືພິມໄຊນາ ເດລີ ຂອງທາງການຈີນຂຽນບົດບັນນາທິການສະບັບວັນສຸກວ່າ: ວິດີໂອດັ່ງກ່າວຊ່ວຍເນັ້ນຢໍ້າຂໍ້ກ່າວອ້າງຂອງລັດຖະບານຈີນ ກ່ຽວກັບຄວາມເຊື່ອມໂຍງລະຫວ່າງກຸ່ມກໍ່ການຮ້າຍໃນຊິນຈຽງກັບກຸ່ມທີ່ຢູ່ຕ່າງແດນ.

No comments

Powered by Blogger.