ທະນາຄານໂລກປະກາດຈັດງົບປະມານໃຫ້ອາຟຣິກາ 57,000 ລ້ານໂດລາສະຫະລັດ - ອິດສະຫຼະ

ທະນາຄານໂລກປະກາດຈັດງົບປະມານໃຫ້ອາຟຣິກາ 57,000 ລ້ານໂດລາສະຫະລັດ



ສຳນັກຂ່າວຕ່າງປະເທດລາຍງານ 20 ມີນາ 2017 ວ່າ: ທ່ານ ຈິມ ຢອງ ຄິມ ປະທານທະນາຄານໂລກຖະແຫຼງວ່າ ທະນາຄານໂລກໄດ້ຈັດສັນເງິນ 57,000 ລ້ານໂດລາສະຫະລັດ ເພື່ອເປັນທຶນສະໜັບສະໜູນສຳລັບປະເທດໃນເຂດພາກໃຕ້ຂອງທະເລຊາຍຊາຮາຣາໃນທະວີບອາຟຣິກາ ໃນໄລຍະ 3 ປີຕໍ່ໜ້າ, ຈຳນວນເງິນດັ່ງກ່າວແມ່ນມາຈາກສະມາຄົມເພື່ອການພັດທະນາລະຫວ່າງປະເທດ (IDA) 45,000 ລ້ານໂດລາ, ສ່ວນທະນາຄານໂລກຈະຈັດສັນເງິນຊ່ວຍເຫຼືອລ້າ ແລະ ເງິນກູ້ຢືມແບບບໍ່ມີດອກເບ້ຍສຳລັບກຸ່ມປະເທດທີ່ທຸກຍາກທີ່ສຸດໃນໂລກຮ່ວມກັບສະຖາບັນການເງິນການລົງທຶນພາກເອກະຊົນ 8,000 ລ້ານໂດລາ ແລະ ທະນາຄານລະຫວ່າງປະເທດເພື່ອການພັດທະນາ 4,000 ລ້ານໂດລາ.

ປະເທດເຢຍລະມັນ ເຊິ່ງເປັນປະເທດເຈົ້າພາບຈັດກອງປະຊຸມກຸ່ມປະເທດເສດຖະກິດຂະໜາດໃຫຍ່ G20 ລະຫວ່າງວັນທີ 17-18 ມີນາຜ່ານມາ ຖະແຫຼງວ່າ ໂຄງການເພື່ອອາຟຣິກາ ຈະເປັນສິ່ງສຳຄັນສຳອັນດັບທຳອິດ ໃນການເປັນປະທານຂອງເຢຍລະມັນໃນປີນີ້ ໂດຍມີຈຸດປະສົງໃນການສະໜັບສະໜູນໂຄງການດ້ານການສຶກສາ, ສາທາລະນະສຸກ, ນໍ້າສະອາດ, ສຸຂະອະນາໄມ, ກະສິກຳ, ພື້ນຖານໂຄງລ່າງ ແລະ ການປະຕິຮູບປະບົບໂຄງສ້າງ. ເຊິ່ງບັນດາປະເທດໃນ ມີພຽງອາຟຣິກາໃຕ້ເປັນປະເທດດຽວໃນພູມມິພາກອາຟຣິກາທີ່ເປັນສະມາຊິກໃນກຸ່ມ G20.

No comments

Powered by Blogger.