ຕຳຫຼວດລອນດອນຮັບມືກັບການກໍ່ການຮ້າຍ - ອິດສະຫຼະ

ຕຳຫຼວດລອນດອນຮັບມືກັບການກໍ່ການຮ້າຍ



ສຳນັກຂ່າວຕ່າງປະເທດລາຍງານ 20 ມີນາ 2017 ວ່າ: ຕຳຫຼວດນະຄອນບານນະຄອນຫຼວງລອນດອຂອງອັງກິດ ເປີດເຜີຍວ່າ ຕຳຫຼວດ ແລະ ເຈົ້າໜ້າທີ່ກວ່າ 200 ຄົນຮ່ວມກັບໜ່ວຍຄອມມານໂດພິເສດ, ເຈົ້າໜ້າທີ່ດັບເພີງ, ລົດໂຮງໝໍ, ເຮືອຍາມຝັ່ງ, ການທ່າເຮືອລອນດອນ ແລະ ເຮືອກູ້ຊີບ ຮ່ວມກັນເຝິກຊ້ອມຮັບມືເຫດຜູ້ກໍ່ການຮ້າຍຈີ້ເຮືອນັກທ່ອງທ່ຽວ.

ທ່ານ ເບນ ຈູລຽນ ແຮຣິງຕັນ ຜູ້ບັນຊາການຕຳຫຼວດນະຄອນບານນະຄອນຫຼວງລອນດອນລະບຸວ່າ ເຈົ້າໜ້າທີ່ຊ້ອມຮັບມືເຫດການຕະຫຼອດເວລາຢູ່ແລ້ວ ເພື່ອເພີ່ມຄວາມສາມາດໃນການເຮັດວຽກ ເຖິງຢ່າງໃດກໍ່ຕາມ ເຫດການຈຳລອງທີ່ສົມມຸດຂຶ້ນມາຄັ້ງນີ້ ບໍ່ໄດ້ມີຂຶ້ນຖານມາຈາກຂ່າວກອງໃດເປັນພິເສດ ພຽງແຕ່ໃນການປະຊຸມທົບທວນການກຽມພ້ອມຂອງນະຄອນຫຼວງລອນດອນເມື່ອປີທີ່ຜ່ານມາ ພົບວ່າ: ຄວນເພີ່ມມາດຕະການຮັກສາຄວາມປອດໄພທາງນໍ້າໃຫ້ເຂັ້ມແຂງຍິ່ງຂຶ້ນ.

ປັດຈຸບັນໄພຮຸກຮານທີ່ເປັນການກໍ່ການຮ້າຍໃນອັງກິດຍັງຢູ່ໃນລະດັບ "ຮຸນແຮງ" ໝາຍຄວາມວ່າ ໂອກາດຖືກໂຈມຕີມີຂ້ອນຂ້າງສູງ.

No comments

Powered by Blogger.