6 ຊັງຕີແມັດ...! ນີ້ຄືຂະໜາດຂອງສະເປີມທີ່ໃຫຍ່ທີ່ສຸດໃນໂລກ ໃຜເປັນເຈົ້າຂອງ ມາເບິ່ງຄຳຕອບນຳກັນ - ອິດສະຫຼະ

6 ຊັງຕີແມັດ...! ນີ້ຄືຂະໜາດຂອງສະເປີມທີ່ໃຫຍ່ທີ່ສຸດໃນໂລກ ໃຜເປັນເຈົ້າຂອງ ມາເບິ່ງຄຳຕອບນຳກັນ



ສະເປີມຄືເຊວສືບພັນທີ່ຢູ່ໃນຮ່າງກາຍຂອງສິ່ງທີ່ມີຊີວິດເພດຜູ້ ແຕ່ໃຜຊິໄປເຊື່ອວ່າສິ່ງມີຊີວິດທີ່ມີຂະໜາດສະເປີມທີ່ໃຫຍ່ທີ່ສຸດໃນໂລກມັນ ຈະເປັນສັດທີ່ມີຂະໜາດນ້ອຍປານນີ້ນັ້ນກໍ່ຄື "ແມງໝີ່" ເຊິ່ງເລື່ອງນີ້ມີນັກວິທະຍາສາດໄດ້ອອກມາຢືນຢັນແລ້ວ ຈາກຜົນການວິໄຈພົບວ່າສະເປີມຂອງແມງໝີ່ມີຄວາມຍາວເຖິງ 6 ຊັງຕີແມັດ ປາດຕິໂທ...!


ຫຼາຍຄົນຄົງສົງໄສວ່າສະເປີມຂອງແມງໝີ່ຈະຍາວເຖິງ 6 ຊັງຕີແມັດໄດ້ແນວໃດ ເພາະຂະໜາດຕົວຂອງແມງໝີ່ມັນນ້ອຍກວ່ານັ້ນ ຄຳຕອບກໍ່ຄືສະເປີມຂອງແມງໝີ່ມີລັກສະນະເປັນມ້ວນຂະໜາດໃຫຍ່ທີ່ຂົດໄວ້ໃນຕົວຂອງເພດຜູ້ ເມື່ອເຖິງເວລາທຳການກັບແມງໝີ່ໂຕແມ່ ສະເປີມຂອງມັນກໍ່ຈະຄ່ອຍໆມາຍຕົວອອກມານັ້ນເອງ

ຫຼັງຈາກທີ່ນັກວິທະຍາສາດມີການສຶກສາເລື່ອງຂະໜາດສະເປີມໃນແມງໝີ່ ເຮັດໃຫ້ໄດ້ຂໍ້ສັນນິຖານວ່າ ສິ່ງມີຊີວິດມີຂະໜາດລຳຕົວທີ່ນ້ອຍມັກຈະມີສະເປີມທີ່ໃຫຍ່ ເນື່ອງຈາກເປັນກົນໄກຊະນິດໜຶ່ງເພື່ອໃຫ້ພວກມັນຂະຫຍາຍພັນໄດ້ຕໍ່ໄປ ໂດຍໃນກໍລະນີຂອງແມງໝີ່ເນື່ອງຈາກຕົວມັນທີ່ຂະໜາດທີ່ໜ້ອຍຫຼາຍ ຈຶ່ງເຮັດໃຫ້ສະເປີມຂອງມັນຕ້ອງມີຂະໜາດທີ່ຍາວກວ່າຕົວມັນເອງເຖິງ 20 ເທົ່າແບບນີ້.

No comments

Powered by Blogger.