ພາສີຫຸ່ນຍົນ ໄອເດຍສຸດຍອດຈາກ ບິວ ເກດ ເຈົ້າພໍ່ໄມໂຄຣຊັອບ ແກ້ໄຂບັນຫາ AI ຍາດແຍ່ງວຽກມະນຸດໃນອະນາຄົດ ອ່ານແລ້ວຕ້ອງເຄົາລົບແບບງາມໆ - ອິດສະຫຼະ

ພາສີຫຸ່ນຍົນ ໄອເດຍສຸດຍອດຈາກ ບິວ ເກດ ເຈົ້າພໍ່ໄມໂຄຣຊັອບ ແກ້ໄຂບັນຫາ AI ຍາດແຍ່ງວຽກມະນຸດໃນອະນາຄົດ ອ່ານແລ້ວຕ້ອງເຄົາລົບແບບງາມໆ



ການພັດທະນາຂອງເຕັກໂນໂລຊີທີ່ບໍ່ຢຸດນິ້ງເຮັດໃຫ້ມະນຸດຄິດຄົ້ນສິ່ງໃໝ່ໆຂຶ້ນມາໄດ້ຢ່າງວ່ອງໄວ ຫຼາຍປີກ່ອນໜ້ານີ້ເຮົາຄົງເຫັນຫຸ່ນຍົນເຮັດໜ້າທີ່ສະແດງໂຊໃນງານຕ່າງໆ ທີ່ຜິດແປກໄປຈາກປັດຈຸບັນທີ່ຫຸ່ນຍົນໄດ້ຮັບການພັດທະນາຈົນກາຍເປັນປັນຍາປະດິດ (AI) ລະບົບການເຮັດວຽກແບບອັດສະລິຍະທີ່ຫຸ່ນຍົນສາມາດຄິດ ແລະ ຕັດສິນໃຈໄດ້ດ້ວຍຕົນເອງ ບໍ່ຈຳເປັນຕ້ອງລໍຖ້າຄຳສັ່ງຈາກມະນຸດ.

ການເກີດຂຶ້ນຂອງປັນຍາປະດິດເຮັດໃຫ້ຫຼາຍຄົນເປັນຫ່ວງເຖິງສິ່ງທີ່ຈະເກີດຂຶ້ນໃນອະນາຄົດ ຈົນສະຕີເຟັນ ຮໍຄິງ ນັກຟີຊິກທິດສະດີທີ່ຫຼາຍຄົນໃຫ້ເປັນ "ໄອສະໄຕ" ແຫ່ງຍຸກປັດຈຸບັນຕ້ອງອອກມາເຕືອນ "ໃຫ້ຢຸດພັດທະນາປັນຍາປະດິດ ຖ້າບໍ່ຢາກໃຫ້ເຜົາພັນມະນຸດຕ້ອງຈົບລົງ" ກາຍຢຶດຄອງໂລກຂອງຫຸ່ນຍົນອາດເບິ່ງເໜືອຈິນຕະນາການເກີນໄປໜ່ອຍໜຶ່ງ ແຕ່ສິ່ງທີ່ມະນຸດຈະໄດ້ຮັບຜົນກະທົບແນ່ນອນ ຄົງເປັນເລື່ອງຂອງອາຊີບການງານ ເຊິ່ງນັກວິທະຍາສາດເຊື່ອວ່າຍຸກຂອງຫຸ່ນຍົນຈະເລີ່ມຕົ້ນໃນປີ 2030 ແລະ ຄົນກວ່າ 10 ລ້ານຄົນຈະໄດ້ຮັບຜົນກະທົບຈາກເຫດການດັ່ງກ່າວ.


ບິວ ເກດ ເຈົ້າພໍ່ໄມໂຄຣຊັອບ ບໍລິສັດໄອທີຊັ້ນນຳອັນດັບໜຶ່ງຂອງໂລກ ສະແດງຄວາມຄິດເຫັນວ່າ ໃນອະນາຄົດຄວນມີການຮຽກເກັບພາສີຫຸ່ນຍົນທຸກຮູບແບບ ບໍ່ວ່າຈະເປັນການໃຊ້ງານພາຍໃນບໍລິສັດ ຫຼື ໃນຄອບຄົວ ເພາະຕ້ອງບໍ່ລືມວ່າຫຸ່ນຍົນສາມາດເຮັດວຽກໄດ້ຢ່າງຕໍ່ເນື່ອງໂດຍບໍ່ມີມື້ພັກມື້ຜ່ອນ ອະນາຄົດນາຍຈ້າງອາດບໍ່ເລືອກມະນຸດໃນການເຮັດວຽກເລີຍກໍ່ໄດ້ ການຮຽກເກັບພາສີໃນອັດຕາສູງຈະເຮັດໃຫ້ນາຍຈ້າງຫຼຸດຜ່ອນການໃຊ້ຫຸ່ນຍົນ ແລະ ຫັນມາໃຊ້ແຮງງານມະນຸດແທນ ເຊິ່ງຈະຊ່ວຍຫຼຸດບັນຫາການວ່າງງານທີ່ຈະເກີດຂຶ້ນໃນອະນາຄົດ ເຊິ່ງພາສີທີ່ເກັບໄດ້ອາດນຳໄປຊ່ວຍເຫຼືອອາຊີບທີ່ໄດ້ຮັບຜົນກະທົບຈາກການຖືກແທນທີ່ດ້ວຍຫຸ່ນຍົນ.

ເຊິ່ງການເກັບພາສີຫຸ່ນຍົນເປັນພຽງແນວຄິດທີ່ ບິວ ເກດ ໄດ້ໃຫ້ສຳພາດໄວ້ກັບວາລະສານສະບັບໜຶ່ງເທົ່ານັ້ນ ກວ່າເຮົາຈະໄດ້ເຫັນແນວຄິດນີ້ມາໃຊ້ຢ່າງຈິ່ງຈັງ ຄົງຕ້ອງໃຊ້ໄລຍະເວລາອີກຫຼາຍປີ ແລ້ວທ່ານເດຄິດເຫັນແນວໃດກັບການເກັບພາສີຫຸ່ນຍົນ?

No comments

Powered by Blogger.