ນັກວິທະຍາສາດຄົ້ນພົບ "2009ES" ອຸກາບາດຂະໜາດໃຫຍ່ທີ່ມີໂອກາດຕຳໂລກໃນອະນາຄົດ ອານຸພາບຂອງມັນຈະຮ້າຍແຮງຂະໜາດໃດ? ເບິ່ງ - ອິດສະຫຼະ

ນັກວິທະຍາສາດຄົ້ນພົບ "2009ES" ອຸກາບາດຂະໜາດໃຫຍ່ທີ່ມີໂອກາດຕຳໂລກໃນອະນາຄົດ ອານຸພາບຂອງມັນຈະຮ້າຍແຮງຂະໜາດໃດ? ເບິ່ງ



ຫາກໃຜເຄີຍໄດ້ເບິ່ງຮູບເງົາເລື່ອງ Armageddon ຄົງຮູ້ສຶກຢ້ານເຫດການອຸກາບາດຕຳໂລກແນ່ນອນ ແຕ່ຢ່າຟ້າວຄິດວ່າເຫດການໃນຮູບເງົາຈະເປັນເຫດການສົມມຸດສະເໝີໄປ ເພາະເມື່ອບໍ່ດົນມານີ້ກຸ່ມນັກດາລາສາດຈາກປະເທດຈີນ ໄດ້ເປີດເຜີຍວ່າຂໍ້ມູນການຄົ້ນພົບອຸກາບາດຂະໜາດໃຫຍ່ຈາກການໃຊ້ກ້ອງໂທລະທັດໃນຫໍເບິ່ງດາວ Purple Mountain ເມືອງໜານຈິງ ປະເທດຈີນ ຫຼັງການຄົ້ນພົບມັນຖືກຕັ້ງຊື່ທາງວິທະຍາສາດວ່າ "Purple Mountain".

Zhao Haibin ນັກດາລາສາດຜູ້ຄົ້ນພົບເປີດເຜີຍວ່າ ອຸກາບາດ 2009ES ມີຂະໜາດໃຫຍ່ຫຼາຍອາດມີຂະໜາດເຖິງເຄິ່ງໜຶ່ງຂອງໂລກເລີຍກໍ່ວ່າໄດ້ ເຊິ່ງຫາກຕຳໂລກຂອງເຮົາ ຈະສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງ ຄືກັບເຫດການທີ່ອຸກາບາດຕຳໂລກເມື່ອ 65 ລ້ານປີກ່ອນ ຈົນເປັນເຫດເຮັດໃຫ້ໄດໂນເສົາສູນພັນ ຫາກຍັງຈິນຕະນາການຄວາມຮຸນແຮງຂອງມັນບໍ່ອອກ ໃຫ້ຄິດວ່າໂລກຂອງເຮົາຖືກຍິງດ້ວຍນິວເຄຼຍກວ່າ 3 ພັນລ້ານລູກ ນັ້ນແລະຄືຜົນກະທົບທີ່ໂລກຈະໄດ້ຮັບຫາກອຸກາບາດ 2009ES ແລ່ນເຂົ້າໃສ່ໂລກຂອງເຮົາ.

ທາງດ້ານອົງການນາຊາເປີດເຜີຍວ່າ ທັງຈີນ ແລະ ນາຊາກຳລັງເຝົ້າຕິດຕາມອຸກາບາດ 2009ES ຢ່າງໃກ້ຊິດແຕ່ຫາກປະເມີນຄວາມສຽງຍັງຖືວ່າໂລກປອດໄພຈາກ 2009ES ຢູ່ໃນປັດຈຸບັນ ເນື່ອງຈາກໂລກ ແລະ ອຸກາບາດຍັງຢູ່ຫ່າງໄກກັນຂ້ອນຂ້າງຫຼາຍ ໂອກາດທີ່ 2009ES ຈະໂຄຈອນກັບມາອີກຄັ້ງອາດໃຊ້ເວລາເປັນຮ້ອຍປີ ເຖິງຕອນນັ້ນເຕັກໂນໂລຊີອາດໄດ້ຮັບການພັດທະນາ ຈົນເຮົາສາມາດຮັບມືກັບອຸກາບາດທີ່ມີຂະໜາດໃຫຍ່ໄດ້ແລ້ວ ແຕ່ສິ່ງທີ່ໜ້າເປັນຫ່ວງທີ່ສຸດໃນຕອນນີ້ ຄືອຸກາບາດທີ່ມີຂະໜາດນ້ອຍຫຼາຍກວ່າ ເພາະມັນຈະຕົກລົງມາເມື່ອໃດກໍ່ບໍ່ຮູ້ ແລະ ສາມາດສ້າງຄວາມເສຍຫາຍແກ່ໂລກໄດ້ເຖິງມັນຈະນ້ອຍກໍ່ຕາມ.

No comments

Powered by Blogger.