ວັນທີ 21 ມີນາ ປີ 1946 ແມ່ນເຫດການອັນສຳຄັນຍິ່ງທາງປະຫວັດສາດ ແຫ່ງການຕໍ່ສູ້ພິລະອາດຫານ ຂອງປະຊາຊົນລາວ - ອິດສະຫຼະ

ວັນທີ 21 ມີນາ ປີ 1946 ແມ່ນເຫດການອັນສຳຄັນຍິ່ງທາງປະຫວັດສາດ ແຫ່ງການຕໍ່ສູ້ພິລະອາດຫານ ຂອງປະຊາຊົນລາວ



ໂດຍສະເພາະແມ່ນຊາວເມືອງທ່າແຂກ ແຂວງຄຳມ່ວນຕ້ານພວກລ່າເມືອງຂຶ້ນຝຣັ່ງໃນບັ້ນຮົບປ້ອງກັນຕົວເມືອງ ທ່າແຂກ.
ພາຍ ຫຼັງສົງຄາມໂລກຄັ້ງທີສອງໄດ້ ສິ້ນສຸດລົງດ້ວຍໄຊຊະນະ ຂອງຝ່າຍພັນທະມິດ, ໃນປີ 1946
ພວກລ່າເມືອງຂຶ້ນຝຣັ່ງໄດ້ກັບຄືນມາຮຸກຮານປະເທດລາວ ເຮົາອີກຄັ້ງໃ​ໝ່, ເພື່ອສະກັດກັ້ນ, ຕ້ານຢັນກັບການບຸກລຸກຄັ້ງ ໃໝ່ຂອງສັດຕູທະຫານ ແລະ ປະຊາຊົນລາວບັນດາເຜົ່າສົມທົບກັບກອງກຳລັງປະກອບອາວຸດຂອງຄົນຫວຽດນາມຢູ່ລາວ ໄດ້ ດຳເນີນການຕໍ່ສູ້ຢ່າງອົງອາດກ້າແກ່ນ, ຕີຕ້ານການບຸກລຸກ ບຽດຢຶດຢູ່ຕົວເມືອງຕ່າງໆໃຫ້ປະລະໄຊເປັນກ້າວໆ, ຊຶ່ງໃນນັ້ນເດັ່ນກວ່າໝູ່ແມ່ນບັ້ນຮົບປ້ອງກັນຕົວເມືອງທ່າແຂກຊຶ່ງ ເປັນຈຸດຍຸດທະສາດສຳຄັນຂອງການປະຕິວັດໃນເວລານັ້ນ.

ເພື່ອກະກຽມໃຫ້ແກ່ການຕໍ່ ສູ້ຕ້ານກັບກຳລັງທະຫານຂອງ ພວກລ່າເມືອງຂຶ້ນຝຣັ່ງ ແລະ ພວກປະຕິການຂາຍຊາດທີ່ຈະ ຢຶດເອົາຕົວເມືອງທ່າແຂກ, ໃນຕົ້ນເດືອນ 2 ປີ 1946 ໜ່ວຍພັກ ປະຈຳເມືອງທ່າແຂກ ໄດ້ເປີດກອງປະຊຸມ ແລະ ໄດ້ອອກມະຕິທີ່ມີເນື້ອ ໃນສຳຄັນຕອນໜຶ່ງວ່າ: “ຕ້ອງ ເພີ່ມທະວີຄວາມສາມັກຄີລະ ຫວ່າງ 2 ກຳລັງປະກອບອາວຸດ ຂອງລາວ ແລະ ຊາວຫວຽດ ນາມຕ່າງດ້າວ ເພື່ອກະກຽມ ໃຫ້ແກ່ການຕໍ່ສູ້ປ້ອງກັນຕົວ ເມືອງທ່າແຂກ, ປົກປັກຮັກສາ ຊັບສົມບັດຂອງປະຊາຊົນ ແລະ ເປັນການທົດສອບໃນ ແປວໄຟເພື່ອສ້າງກຳລັງໃຫ້ ເຕີບໃຫຍ່ຂະຫຍາຍຕົວ”.

ປະຕິບັດຕາມມະຕິດັ່ງກ່າວ ຄະນະບັນຊາການທະຫານ ແລະ ຄະນະຮັກສາຕົວເມືອງ ທ່າແຂກໂດຍແມ່ນປະທານ ສຸພານຸວົງ ເປັນຜູ້ບັນຊາການ ສູງສຸດໄດ້ຮຽກໂຮມປະຊຸມ ເພື່ອຜ່ານແຜນການສູ້ຮົບ ປ້ອງກັນຕົວເມືອງຢ່າງລະ ອຽດ. ຄະນະບັນຊາການໄດ້ ມອບໜ້າທີ່ໃຫ້ 2 ສະຫາຍຄື: ສະຫາຍ ສິງກະໂປ ສີໂຄດຈຸນ ລະມະນີ ແລະ ສະຫາຍ ຫງວຽນແຈງ, ຮອງຫົວໜ້າຄະ ນະບັນຊາການຮັບຜິດຊອບ ເຂດຕາເວັນອອກສ່ຽງເໜືອ ແລະ ທິດຕາເວັນຕົກສ່ຽງໃຕ້ ຂອງເມືອງທ່າແຂກ, ກຳລັງ ທະຫານພວກເຮົາລວມມີ 800 ກວ່າຄົນໄດ້ຈັດຕັ້ງເປັນ 4 ກອງຮ້ອຍ ( ລາວ 2 ກອງຮ້ອຍ ຊາວຫວຽດນາມຕ່າງດ້າວ 2 ກອງຮ້ອຍ ) ປະກອບອາວຸດ ແລະ ມີຫນ້າທີ່ຮ່ວມກັບໜ່ວຍ ປ້ອງກັນຕົວກຽມພ້ອມຕໍ່ສູ້ກັບ ພວກສັດຕູໃນທຸກທິດ.

ເພື່ອເພີ່ມທະວີຄວາມສາ ມັກຄີໃນການຕໍ່ສູ້, ກອງບັນຊາ ການໄດ້ປຸກລະດົມທະຫານ ແລະ ປະຊາຊົນລາວທີ່ຮັກ ຊາດ-ຊາວຫວຽດນາມຕ່າງ ດ້າວກໍ່ສ້າງປ້ອມຫມັ້ນ ແລະ ຂຸດຂຸມຄອງສູ້ຮົບ 3 ຊັ້ນອ້ອມ ຕົວເມືອງ. ພ້ອມກັນນັ້ນກໍ່ໄດ້ ອອກແຮງປຸກລະດົມປະຊາ ຊົນດ້ວຍຄຳຂວັນທີ່ວ່າ: “ ທຸກ ສິ່ງທຸກຢ່າງເພື່ອກູ້ຊາດ ”, ຊຶ່ງ ໄດ້ເຮັດໃຫ້ປະຊາຊົນລາວ ແລະ ຊາວຫວຽດນາມຕ່າງ ດ້າວໄດ້ປະກອບເງິນ, ຄຳຢ່າງ ຫລວງຫລາຍເພື່ອປ່ຽນເອົາ ອາຫານ, ເຄື່ອງນຸ່ງຫົ່ມ, ເຄື່ອງ ໃຊ້ສອຍຕ່າງໆປະກອບໃຫ້ ກຳລັງປະກອບອາວຸດ, ສ່ວນ ສະມາຄົມແມ່ຍິງກໍໄດ້ຮັບຜິດ ຊອບແຕ່ງກິນໃຫ້ບັນດາກົມ ກອງໃນເວລາຝຶກແອບ ແລະ ເຮັດຫນ້າທີ່ໃນທຸກດ້ານ.


ໃນວັນທີ 21 ມີນາ 1946 ບັ້ນຮົບປ້ອງກັນຕົວເມືອງທ່າ ແຂກໄດ້ເປີດສາກຂຶ້ນແຕ່ 6 ໂມງເຊົ້າ ແລະ ແກ່ຍາວຈົນ ຮອດ 17 ໂມງແລງ ທະຫານ ຂອງສັດຕູຈຶ່ງເຄື່ອນເຂົ້າຕົວ ເມືອງທ່າແຂກ.
ພາຍຫລັງກອງກຳລັງຂອງ ພວກລ່າເມືອງຂຶ້ນຝຣັ່ງ ແລະ ລູກແຫລ້ງຕີນມືຂອງພວກ ເຂົາໄດ້ເຂົ້າຢຶດເອົາເມືອງທ່າ ແຂກໄດ້ແລ້ວ, ພວກເຂົາໄດ້ ເຂັ່ນຂ້າປະຊາຊົນລາວ ແລະ ຊາວຫວຽດນາມຕ່າງດ້າວຜູ້ ບໍລິສຸດດ້ວຍທິວີທີ່ໂຫດຫ້ຽມ, ເພື່ອເປັນການປາບປາມ ແລະ ກວາດລ້າງໃຫ້ຫມົດຂະ ບວນຕໍ່ສູ້ກູ້ຊາດຂອງປະຊາ ຊົນລາວທີ່ພວມເຕີບໃຫຍ່ຂຶ້ນ ໃນເວລານັ້ນ, ພວກເຂົາໄດ້ໃຊ້ ປືນຍິງກວາດໃສ່ຝູງຊົນຄົນ ທົ່ວໄປ ໂດຍບໍ່ເລືອກຫນ້າ ແລ້ວໂຍນລົງນ້ຳຂອງເຮັດໃຫ້ ນ້ຳຂອງຍາມນັ້ນເຕັມໄປດ້ວຍ ເລືອດ ແລະ ຊາກສົບ, ປະຊາ ຊົນຜູ້ບໍລິສຸດລວມທັງແມ່ຍິງ ແລະ ເດັກນ້ອຍຈຳນວນ 3.000 ຄົນ ຖືກຂ້າຕາຍ, ເຮືອນຊານບ້ານຊ່ອງ ແລະ ພື້ນຖານໂຄງລ່າງຖືກທຳລາຍ ເປັນຈຳນວນຫຼວງຫລາຍ, ຄອບຄົວຜົວ, ເມຍ, ພໍ່,ແມ່, ລູກຖືກຜັດພາກຈາກກັນ, ລູກ ເປັນກໍ່າພ້າ-ກໍ່າພອຍ.


ການກະທຳທີ່ໄຮ້ມະນຸດ ສະທຳ ແລະ ໂຫດຮ້າຍປ່າ ເຖື່ອນດັ່ງກ່າວໃນວັນທີ 21 ມີ ນາ 1946 ໄດ້ຖືກເລ່ົາຂານຕໍ່ໆ ກັນມາໂດຍບໍ່ມີວັນຈະຖືກ ຫລົງລືມ ແລະ ໄດ້ກາຍເປັນ “ ຄຽດແຄ້ນ” ຂອງປະຊາຊົນ ລາວຜູ້ຮັກເຊື້ອແພງຊາດ.

ບັ້ນຮົບປ້ອງກັນຕົວເມືອງ ທ່າແຂກແມ່ນຫນຶ່ງໃນບັ້ນຮົບ ຕໍ່ສູ້ທີ່ສຳຄັນທີ່ສຸດຢູ່ປະເທດ ເຮົາ, ມັນບໍ່ພຽງແຕ່ເປັນ “ ວັນ ຄຽດແຄ້ນ ” ຂອງປະຊາຊົນ ລາວຕໍ່ພວກລ່າເມືອງຂຶ້ນຜູ້ ຮຸກຮານທໍ່ນັ້ນ, ແຕ່ຫາກຍັງ ເປັນວັນສາມັກຄີຕໍ່ສູ້ທີ່ອາດ ຫານຊານໄຊ, ເດັດຂາດບໍ່ ຍອມຈຳນົນຂອງກອງທັບ ລາວອະດສະຫລະສົມທົບກັບ ກອງກຳລັງທະຫານຫວຽດ ນາມ ແລະ ປະຊາຊົນເມືອງ ທ່າແຂກ ພາຍໃຕ້ການບັນຊາ ປີຊາສາມາດ ແລະ ພິລະອາດ ຫານຂອງຄະນະກອງບັນຊາ ການກຳລັງປະກອບອາວຸດ ພວກເຮົາ ໂດຍແມ່ນປະທານ ສຸພານຸວົງ ເປັນຜູ້ນຳໜ້າ. ເຫດ ການວັນທີ 21 ມີນາ ໄດ້ຝັງ ເລິກໃນຄວາມຊົງຈຳຂອງປະ ຊາຊົນລາວທີ່ຮັກຊາດ ແລະ ຖືກຈາລຶກໄວ້ຢູ່ໃນປະຫວັດ ສາດຂອງຊາດລາວເຮົາໄປ ຊົ່ວກາລະນານ.

ບັ້ນຮົບ 21 ມີນາ ປີ 1946 ຢູ່ເມືອງທ່າແຂກເຖິງບໍ່ໄດ້ຮັບ ໄຊຊະນະກໍ່ຕາມ ແຕ່ມັນກໍ່ສະ ແດງເຖິງຄວາມສາມັກຄີອັນ ຍ່ິງໃຫຍ່ຂອງປະຊາຊົນລາວ ບັນດາເຜົ່າທີ່ອົງອາດກ້າຫານ ສູ້ຮົບເພື່ອປົກປັກຮັກສາເອກະ ລາດແຫ່ງຊາດ ທີ່ຫາກໍ່ໄດ້ຮັບ ມາໃຫມ່ໆໃນວັນທີ 12 ຕຸລາ 1945, ສະແດງເຖິງເຈດຕະນາລົມ ແລະ ຄວາມມຸ່ງມາດ ປາຖະຫນາຂອງປວງຊົນລາວ ທັງຊາດທີ່ຢາກມີອິດສະຫຼະພາບ, ມີອະທິປະໄຕ ແລະ ຢາກເປັນເຈົ້າຂອງປະເທດຊາດ, ຫລຸດພົ້ນອອກຈາກແອກຄອບຄອງຂອງພວກລ່າ ເມືອງຂຶ້ນວັນທີ 21 ມີນາ ເປັນວັນແຫ່ງການປຸກລະດົມນ້ຳໃຈຮັກຊາດ, ຄຽດແຄ້ນສັດຕູ ຂອງປະຊາຊົນລາວບັນດາເຜົ່າທີ່ພ້ອມກັນລຸກຂຶ້ນຕໍ່ສູ້ ຕ້ານການຮຸກຮານຂອງພວກ ລ່າເມືອງຂຶ້ນ ພາຍໃຕ້ການ ນຳພາ-ບັນຊາການຂອງປະ ທານ ສຸພານຸວົງ ເຊ່ິງເປັນຜູ້ທີ່ ມີຄວາມເກ່ັງກ້າສາມາດ ແລະ ມີໄຫວພິບໃນການຊີ້ນຳ ແລະ ບັນຊີ້ສູ້ຮົບ. ບັ້ນຮົບທ່າແຂກ ໄດ້ພິສູດໃຫ້ເຫັນວ່າ ປະທານ ສຸພານຸວົງບໍ່ພຽງແຕ່ເປັນເຊື້ອເຈົ້າ, ເປັນນັກຮຽນຮູ້ ແລະ ນັກວິສະວະກອນທີ່ໂດດເດ່ັນເທ່ົາ ນັ້ນ ແຕ່ຍັງເປັນນັກຮົບປະຕິ ວັດທີ່ກ້າແກ່ນ, ເປັນຜູ້ບັນຊາ ການທະຫານທີ່ມີຄວາມຊຳ ນານໃນການວາງແຜນການ ແລະ ຈັດຕັ້ງສູ້ຮົບ, ທັງເປັນຜູ້ ທີ່ກ້າຫານເສຍສະຫລະເພື່ີອ ປະເທດຊາດ.

ນ້ຳໃຈວັນທີ 21 ມີນາ ແຫ່ງ ບັ້ນຮົບເມືອງທ່າແຂກໄດ້ຮັບ ການເສີມຂະຫຍາຍຂຶ້ນສູ່ກະແສສູງໃນຊຸມປີຕໍ່ໆມາແຫ່ງ ການຕໍ່ສູ້ຂອງປະຊາຊົນລາວ ບັນດາເຜົ່າ ພາຍໃຕ້ການນຳ ພາຂອງພັກປະຊາຊົນປະຕິ ວັດລາວ ແລະ ກາຍເປັນຂະ ບວນການຕໍ່ສູ້ອັນເດັດຂາດມີ ໄຊ, ໄດ້ສ້າງວິລະກຳອັນລ້ຳ ເລີດແຫ່ງການຕໍ່ສູ້ປົດປ່ອຍ ປະເທດຊາດຢ່າງສົມບູນ ແລະ ສ້າງຕັ້ງສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນ ລາວຂຶ້ນໃນວັນທີ 2 ທັນວາ 1975.

ເມື່ອຫວນຄືນປະຫວັດ ສາດຂອງວັນຄຽດແຄ້ນ 21 ມີ ນາສະມາຊິກພັກ-ພະນັກງານ ແລະ ປະຊາຊົນລາວບັນດາ ເຜົ່າພວກເຮົາຍ່ິງມີຄວາມຈົດ ຈຳລ້ຳລຶຶກ ແລະ ມີຄວາມກະ ຕັນຍູ ຮູ້ບຸນຄຸນ ຄຸນງາມຄວາມ ດີຂອງນັກຮົບປະຕິວັດຜູ້ເສຍ ສະຫລະເພື່ີອເອກະລາດຂອງ ຊາດໃນໄລຍະແຫ່ງການຕໍ່ສູ້ ກູ້ຊາດເວົ້າລວມ ເວົ້າສະເພາະແມ່ນຜູ້ເສຍສະຫຼະໃນບັ້ນຮົບ ປ້ອງກັນຕົວເມືອງທ່າແຂກ.

ສະນັ້ນພັກ ແລະ ລັດເຮົາ ຈຶ່ງໄດ້ຕົກລົງເອົາວັນທີ 21 ມີ ນາ ຂອງທຸກໆປີເປັນວັນແຫ່ງ ການສະແດງຄວາມກະຕັນຍູ ຮູ້ບຸນຄຸນຕໍ່ນັກຮົບຜູ້ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ແລະ ການປະຕິວັດກໍ່ຄືເພື່ອອະນາ ຄົດອັນສົດໃສຂອງພວກເຮົາ ຂໍໃຫ້ທຸກໆຄົນຈົ່ງຈົດຈຳລຳ ລຶກ ແລະ ສະແດງພະລັງແຫ່ງຄວາມສາມັກຄີຮັກຊາດຕິດ ພັນກັບຮັກລະບອບປະຊາທິ ປະໄຕ ປະຊາຊົນ ດ້ວຍການ ໃຫ້ຄວາມເຄົາລົບ ແລະ ໃຫ້ ການສະຫນັບສະຫນູນຊ່ວຍ ເຫຼືອແກ່ອະດີດພະນັກງານ- ນັກຮົບຜູ້ທີ່ຜ່ານຂະບວນການ ຕໍ່ສູ້ເສຍສະຫຼະທີ່ຜ່ານມາ ແລະ ຄອບຄົວຂອງເຂົາເຈົ້າ ຂໍໃຫ້ທຸກຄົນຈົ່ງເຂົ້າຮ່ວມໃນ ຂະບວນການແຂ່ງຂັນຮັກ ຊາດ ແລະ ພັດທະນາຢ່າງເປັນ ເຈົ້າການຕາມຫນ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ເພື່ອ ພາລະກິດປົກປັກຮັກ ສາ ແລະ ພັດທະນາປະເທດ ຊາດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ.

No comments

Powered by Blogger.