ໄຂ້ຫວັດສັດປີກ A/H5N6 ລະບາດໃນຫວຽດນາມ - ອິດສະຫຼະ

ໄຂ້ຫວັດສັດປີກ A/H5N6 ລະບາດໃນຫວຽດນາມ



ສຳນັກຂ່າວຕ່າງປະເທດລາຍງານ 21 ມີນາ 2017 ວ່າ: ກະຊວງກະສິກຳ ແລະ ການລ້ຽງສັດຂອງຫວຽດນາມລາຍງານວ່າ ມີການກວດພົບການລຸກລາມຂອງໂລກໄຂ້ຫວັດສັດປີກສາຍພັນ A/H5N6 ໃນແຂວງກວາງຕຣີ ທາງພາກຂອງປະເທດຫວຽດນາມ.

ເຊິ່ງມີໄກ່ຕິດເຊື້ອໄຂ້ຫວັດສັດປີກສາຍພັນ A/H5N6 ຈຳນວນ 130 ຕົວໃນແຂວງດັ່ງກ່າງເມື່ອວັນທີ 9-17 ມີນາ ທາງການໄດ້ຂ້າໄກ່ໄປແລ້ວຈຳນວນ 200 ຕົວ.

ຂະນະນີ້ຫວຽດນາມມີການລາຍງານການແຜ່ລະບາດຂອງໄຂ້ຫວັດສັດປີກສາຍພັນ A/H5N1 ໃນ 4 ແຂວງ ແລະ ສາຍພັນ A/H5N6 ໃນ 2 ແຂວງ ສົ່ງຜົນໃຫ້ມີການຂ້າໄກ່ໄປແລ້ວຈຳນວນ 9,000 ຕົວ.

ເຈົ້າໜ້າທີ່ສາທາລະນະສຸກຫວຽດນາມຍັງອອກປະກາດເຕືອນວ່າ: ໄຂ້ຫວັດສັດປີກສາຍພັນ A/H7N9, A/H5N2 ແລະ A/H5N8 ມີທິດທາງທີ່ຈະເຂົ້າສູ່ຫວຽດນາມຈາກການຂົນສົ່ງ ແລະ ການບໍລິໂພກສັດປີກທີ່ນຳເຂົ້າປະເທດຢ່າງຜິດກົດໝາຍ.

No comments

Powered by Blogger.