ໃຫ້ຊີວິດໃຫ້ໂອກາດ ໂທລະພາບຝຣັ່ງໃຫ້ແມ່ຍິງຜູ້ເປັນດາວຊິນໂດຼມຮ່ວມອ່ານຂ່າວພະຍາກອນອາກາດ - ອິດສະຫຼະ

ໃຫ້ຊີວິດໃຫ້ໂອກາດ ໂທລະພາບຝຣັ່ງໃຫ້ແມ່ຍິງຜູ້ເປັນດາວຊິນໂດຼມຮ່ວມອ່ານຂ່າວພະຍາກອນອາກາດ



ສະຖານນີໂທລະພາບ France 2 ເຊິ່ງເປັນສະຖານນີໂທລະພາບສາທາລະນະເປີດໂອກາດໃຫ້ ເມລານີ ເຊກາດ ອາຍຸ 21 ປີ ທີ່ມີອາກາດກຸ່ມດາວ ເຊິ່ງເປັນຄວາມບົກຜ່ອງດ້ານສະຕິປັນຍາ ແລະ ພັດທະນາການໄດ້ອ່ານຂ່າວພະຍາກອນອາກາດຄູ່ກັບອາເນສ ເບເດມີ ຜູ້ປະກາດຂ່າວປະຈຳໃນລາຍການທີ່ອອກອາກາດເມື່ອວັນທີ 14 ມີນາ ທີ່ຜ່ານມາ

ເຊກາດ ໄດ້ໂພສ facebook ຕັ້ງແຕ່ວັນທີ 27 ກຸມພາ ຂໍໃຫ້ຄົນໃນໂລກອອນລາຍຊ່ວຍກົດ Like Page ຂອງລາວເພື່ອຊ່ວຍໃຫ້ຄວາມຝັນເປັນຈິງຕ່າງທີ່ລາງຝັນຢາກຈະເປັນຜູ້ປະກາດຂ່າວພະຍາກອນອາກາດທາງໂທລະພາບ ຄຳຂໍຂອງລາວໄດ້ຮັບການຕອບຮັບຈາກຜູ້ໃຊ້ facebook ເຖິງ 200,000 ຄົນ ແລະ ມີສະຖານນີໂທລະພາບສາທາລະນະຫຼາຍແຫ່ງສະເໜີຕົວໃຫ້ໂອກາດ ແຕ່ລາວເລືອກຂໍໃຫ້ປາກົດຕົວທີ່ສະຖານນີ້ France 2 ແລະ ສາມາດອ່ານຂ່າວພະຍາກອນອາກາດໄດ້ດີຢ່າງທີ່ຝັນໄວ້ ໂຄງການນີ້ໄດ້ຮັບການສະໜັບສະໜູນຈາກສະມາພັນຮຽກຮ້ອງເລື່ອງການໃຫ້ໂອກາດແກ່ຜູ້ພິການໃນສັງຄົມຝຣັ່ງ.


No comments

Powered by Blogger.