ທ່ານນາຍົກລັດຖະມົນຕີ ຕ້ອນຮັບ ຜູ້ອໍານວຍການໃຫ່ຍ UNDP ທີ່ໃຫ້ການຊ່ວຍເຫຼືອລາວ 100 ລ້ານໂດລາໃນສົກປີ 2017-2021 - ອິດສະຫຼະ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບ ຜູ້ອໍານວຍການໃຫ່ຍ UNDP ທີ່ໃຫ້ການຊ່ວຍເຫຼືອລາວ 100 ລ້ານໂດລາໃນສົກປີ 2017-2021



ໃນຕອນເຊົ້າຂອງວັນທີ 13 ມີນາ 2017 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຮເລນ ຄຼາກ  (Helen Clark) ຜູ້ອໍານວຍການໃຫຍ່ ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ລະຫວ່າງວັນທີ 12-13 ມີນາ 2017.

ການພົບປະຂອງທ່ານນາຍົກລັດຖະມົນຕີ ກັບ ທ່ານ ນາງ ເຮເລນ ຄຼາກ ໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາການອັນດີ. ໃນນັ້ນ, ກໍ່ໄດ້ປຶກສາຫາລືກັນກ່ຽວກັບ ຂອບການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສປປ ລາວ ແລະ UNDP ໂດຍສະເພາະ ການສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ເປົ້າໝາຍສະຫັດສະຫວັດເພື່ອການພັດທະນາ(MDGs) ຈົນມາເຖິງເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໂດຍຜ່ານການຈັດຕັ້ງປະຕິບັດແຜນງານ, ໂຄງການ ແລະ ກິດຈະກຳຕ່າງໆ ຕະຫຼອດໄລຍະຜ່ານມາ.

ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ການມາຢ້ຽມຢາມ ຂອງທ່ານ ນາງ ເຮເລນ ຄຼາກ ເຊິ່ງເປັນຄັ້ງທີ 3 ໃນຖານະເປັນຜູ້ອຳນວຍການໃຫຍ່ UNDP, ເຊິ່ງເປັນການຢັ້ງຢືນເຖິງ ຄວາມເອົາໃຈໃສ່ ແລະ ການໃຫ້ຄວາມສຳຄັນ ຕໍ່ກັບການຮ່ວມມືລະຫວ່າງ ອົງການ ສປຊ ແລະ ສປປ ລາວ ຕະຫຼອດໄລຍະທີ່ຜ່ານມາ. ພ້ອມກັນນັ້ນ, ທ່ານຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ອົງການ UNDP ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຜ່ານບັນດາແຜນງານ ແລະ ໂຄງການຕ່າງໆ ໂດຍມີມູນຄ່າປະມານ 100 ລ້ານໂດລາສະຫະລັດ ສຳລັບແຜນງານ ສົກປີ 2011-2016 ແລະ ສໍາລັບສົກປີ 2017-2021 ງົບປະມານທີ່ຄາດຄະເນໄວ້ ມີປະມານ 103 ລ້ານໂດລາສະຫະລັດ, ອັນຈະເປັນການປະກອບສ່ວນທີ່ສໍາຄັນ ໃນການຈັດຕັ້ງປະຕິບັດ ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII, ລວມທັງການແກ້ໄຂຄວາມທຸກຍາກ, ຂະບວນການກອງປະຊຸມໂຕະມົນ, ວຽກງານເກັບກູ້ລະເບີດ, ການປັບປຸງບູລະນະການປົກຄອງ ແລະ ອື່ນໆ. ພ້ອມນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ຂອງທ່ານ ນາງ ເຮເລນ ຄຼາກ ທີ່ຈະສິ້ນສຸດໜ້າທີ່ເປັນຜູ້ອໍານວຍການໃຫຍ່ ຂອງອົງການ UNDP ໃນມໍ່ໆນີ້  ແລະ ອວຍພອນໃຫ້ ທ່ານ ນາງ ເຮເລນ ຄຼາກ ຈົ່ງໄດ້ປະສົບຜົນສຳເລັດກັບໜ້າທີ່ວຽກງານອັນໃໝ່ ໃຫຍ່ຫຼວງກວ່າເກົ່າ.

ທ່ານຜູ້ອຳນວຍການໃຫຍ່ UNDP ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ແລະ ຄວາມຄືບໜ້າໃນຫຼາຍດ້ານ ຂອງລັດຖະບານລາວ ໃນການພັດທະນາປະເທດ ກໍ່ຄືການປະຕິບັດເປົ້າໝາຍການພັດທະນາຂອງສາກົນ ໂດຍສະເພາະ ການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງ ເຂົ້າໃນແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII, ການໃຫ້ສັດຕະຍາບັນແກ່ສັນຍາປາຣີ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ເຊິ່ງເປັນແບບຢ່າງໃຫ້ແກ່ຫຼາຍປະເທດ ລວມເຖິງຄວາມພະຍາຍາມ ຂອງ ລັດຖະບານລາວ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງໃນປາງສົງຄາມ ໂດຍສະເພາະ ການຮັບຮອງເອົາເປົ້າໝາຍການພັດທະນາແບບຍືນຍົງ ສະເພາະຂອງຕົນ ທີ 18 ກ່ຽວກັບຊີວິດທີ່ ປອດໄພຈາກລະເບີດບໍ່ທັນແຕກ.  ອີງໃສ່ຜົນສຳເລັດທີ່ຍາດມາໄດ້ນັ້ນ, ທ່ານ ນາງ ເຮເລນ ຄຼາກ ໄດ້ສະແດງຄວາມເຊື່ອໝັ້ນວ່າ ສປປ ລາວ ຈະສາມາດບັນລຸເປົ້າໝາຍການນຳພາປະເທດຊາດ ໃຫ້ຫຼຸດພົ້ນ ອອກຈາກສະຖານະພາບປະເທດດ້ອຍພັດທະນາໄດ້ ໃນປີ 2020.

No comments

Powered by Blogger.