ທ່ານນາຍົກ ພົບປະໂອ້ລົມພະນັກງານເມືອງຊະນະຄາມ - ອິດສະຫຼະ

ທ່ານນາຍົກ ພົບປະໂອ້ລົມພະນັກງານເມືອງຊະນະຄາມ



ຕອນບ່າຍວັນທີ 13 ມີນາ 2017 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຈາກສູນກາງ ແລະ ການນຳແຂວງວຽງຈັນ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມ ຕໍ່ພະ ນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ຄອບຄົວຕົວແບບ ເມືອງຊະນະຄາມ, ແຂວງວຽງຈັນ.

ກ່ອນອື່ນ, ຄະນະຂອງທ່ານ ນາຍົກລັດຖະມົນຕີ ໄດ້ຮັບຟັງລາຍງານ ການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ຈາກທ່ານ ສະໝານ ວິເສດຍະພົງ ເຈົ້າເມືອງໆຊະນະຄາມ ເຊິ່ງເຫັນ ວ່າ: ທົ່ວເມືອງ ສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີ; ເສດຖະກິດຂະຫຍາຍຕົວ ບໍ່ຫຼຸດ 8%ສ່ວນຮ້ອຍ, ລາຍຮັບສະເລ່ຍ ໃສ່ຫົວຄົນ ບັນລຸ 1.775 ໂດລາ/ຄົນ/ປີ, ສະເລ່ຍເຂົ້າເປືອກໃສ່ຫົວຄົນ ໄດ້ 1.058 ກິໂລກະລາມ/ຄົນ/ ປີ, ປີ 2016 ສາມາດເກັບລາຍຮັບ ເຂົ້າງົບປະມານໄດ້ 4,74 ຕື້ກີບ ເທົ່າກັບ 110,45 ສ່ວນຮ້ອຍ, ທົ່ວເມືອງ ໄດ້ນຳໃຊ້ໄຟຟ້າແລ້ວ 100 ສ່ວນຮ້ອຍ, ມີຄອບຄົວພັດທະນາ ກວມ 99 ສ່ວນຮ້ອຍ%, ບ້ານພັດທະນາ ກວມ 70,5%ສ່ວນຮ້ອຍ, ບ້ານວັດທະນະທຳ ກວມ 94%ສ່ວນຮ້ອຍ, ບ້ານສາທາລະນະສຸກ ກວມ 100%ສ່ວນຮ້ອຍ, ບ້ານປອດຄະດີ ກວມ 97%ສ່ວນຮ້ອຍ, ອັນພົ້ນເດັ່ນ ແມ່ນມີສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ຈໍານວນຫຼວງຫຼາຍ.



ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ກຽດໂອ້ລົມ ຕໍ່ຜູ້ເຂົ້າຮ່ວມ ໃນນັ້ນ ທ່ານໄດ້ຍົກໃຫ້ເຫັນສະພາບການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ທີ່ພົ້ນເດັ່ນ, ຊົມເຊີຍຕໍ່ຜົນສຳເລັດ ທີ່ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າ ຊາວເມືອງຊະນະຄາມ ສາມາດຍາດມາໄດ້ໃນໄລຍະທີ່ຜ່ານມາ ພ້ອມທັງ ຍົກໃຫ້ເຫັນເງື່ອນໄຂທ່າແຮງ, ສິ່ງຫຼໍ່ແຫຼມ-ບັນຫາສິ່ງທ້າທາຍ, ຂໍ້ຈຳກັດ, ປະ ຫວັດມູນເຊື້ອ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງເມືອງຊະນະຄາມ ໂດຍສະເພາະ ໄລຍະ 20 ປີທີ່ຜ່ານມາ. ອັນສຳຄັນ, ທ່ານໄດ້ມີຄຳເຫັນ ເນັ້ນໜັກໃຫ້ການນຳຂອງເມືອງ ກໍ່ຄື ຜູ້ເຂົ້າຮ່ວມ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການດຳລົງຊີວິດ ກໍ່ຄື ການຜະລິດ, ການຄ້າຂາຍຂອງປະຊາຊົນ ບົນພື້ນຖານ ຕາມລະບຽບກົດໝາຍ, ບໍ່ເອົາປຽບ ແລະ ມີນ້ຳໃຈບໍລິການ ຮັບໃຊ້ປະຊາຊົນຢ່າງແທ້ຈິງ; ເດັດຂາດ ແລະ ເຂັ້ມງວດ ຕໍ່ການຈັດຕັ້ງປະຕິບັດ ບັນດານິຕິກຳ ທີ່ລັດຖະບານວາງອອກ ແລະ ພວມເປັນ ບັນຫາພົ້ນເດັ່ນ ເປັນຕົ້ນ ບັນຫາໄມ້, ບັນຫາແຮງງານ, ບັນຫາຢາເສບຕິດ...; ສົ່ງເສີມການປູກພືດປອດສານພິດ ໂດຍໝູນໃຊ້ທ່າແຮງທາງທຳມະຊາດ ເຂົ້າໃນການຜະລິດ (ບໍ່ໃຫ້ນຳໃຊ້ສານເຄມີ) ທັງນີ້ ກໍ່ເພື່ອເຮັດໃຫ້ສິ່ງແວດລ້ອມສະອາດ, ມີສຸຂະ ພາບແຂງແຮງ ແລະ ກາຍເປັນຕົ້ນທຶນທີ່ຍືນຍາວ; ໃຫ້ທຸກຄົນເປັນເຈົ້າການ ຊ່ວຍເຈົ້າໜ້າທີ່ຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນຂອບ ເຂດເມືອງຂອງຕົນ ໃຫ້ນັບມື້ໝົດໄປເປັນກ້າວໆ.

 
ພາຍຫຼັງການໂອ້ລົມ, ທ່ານນາຍົກລັດຖະມົນຕີ ພ້ອມຄະນະ ຍັງໄດ້ໄປຢ້ຽມຢາມ ໂຮງໝໍເມືອງຊະນະຄາມ, ໂຮງສີໝາກເດືອຍຢາງຢ່າງ, ກຸ່ມຕົວແບບໃນການປຸງແຕ່ງ ກ້ວຍອົບເນີຍ-ອົບແດດ, ກວານ ໝາກຂາມຫວານ ແລະ ກ້າເບ້ຍໄມ້ຂາຍ ທີ່ບ້ານປາກມີ້ ຕື່ມອີກ.

No comments

Powered by Blogger.