ສະຫະລັດ-ເກົາຫຼີໃຕ້-ຍີ່ປຸ່ນສົ່ງເຮືອຮົບໄປນ່ານນໍ້າທີ່ເກົາຫຼີເໜືອຍິງຂີປະນາວຸດ 4 ລູກຕົກໃສ່ - ອິດສະຫຼະ

ສະຫະລັດ-ເກົາຫຼີໃຕ້-ຍີ່ປຸ່ນສົ່ງເຮືອຮົບໄປນ່ານນໍ້າທີ່ເກົາຫຼີເໜືອຍິງຂີປະນາວຸດ 4 ລູກຕົກໃສ່



ສຳນັກຂ່າວຕ່າງປະເທດລາຍງານວ່າ: ກອງເຮືອທີ 7 ຂອງກອບທັບເຮືອສະຫະລັດໃນຍີ່ປຸ່ນຖະແຫຼງວ່າ ກອງເຮືອຮົບ Aegis ຂອງທັງສາມປະເທດເລີ່ມການຊ້ອມຮົບໃນມື້ນີ້ ເພື່ອປັບປຸງຄວາມສາມາດໃນການຍິງທຳລາຍຂີປະນາວຸດນຳວິຖີຂອງສັດຕູ ເປັນການຊ້ອມລະບົບເຊື່ອມໂຍງຂໍ້ມູນເພື່ອແລກປ່ຽນ ແລະ ແຈ້ງເຕືອນຂີປະນາວຸດລະດັບໄຕພາຄີເປັນເວລາ 2 ມື້ ນັກວິເຄາະຕີລາຄາວ່າ: ການທີ່ເກົາຫຼີໃຕ້ ແລະ ຍີ່ປຸ່ນເຂົ້າຮ່ວມການຊ້ອມຮົບຄັ້ງນີ້ຖືວ່າເປັນເລື່ອງສຳຄັນ ເພາະທີ່ຜ່ານມາເກົາຫຼີໃຕ້ມັກຖືກກ່າວຫາວ່າບໍ່ເປັນມິດກັບຍີ່ປຸ່ນທັງເລື່ອງການທະຫານ ແລະ ການຂ່າວ.


ດ້ານກະຊວງຕ່າງປະເທດຈີນຖະແຫຼງຮຽກຮ້ອງໃຫ້ທຸກຝ່າຍຢຸດຕິວົງຈອນອຸບາດທີ່ອາດບານປາຍຈົນບໍ່ສາມາດຄວບຄຸມໄດ້ ເພາະໃນຂະນະທີ່ເກົາຫຼີເໜືອລະເມີດມະຕິຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດທີ່ຫ້າມຍິງຂີປະນາວຸດນຳວິຖີ ແຕ່ສະຫະລັດ ອາເມຣິກາ, ເກົາຫຼີໃຕ້ ແລະ ຍີ່ປຸ່ນເອງກໍ່ຍັງຄົງເດີນໜ້າຊ້ອມຮົບຂະໜາດໃຫຍ່ຢູ່.

No comments

Powered by Blogger.