ເຈົ້າໜ້າທີ່ໄທຈັບຊາຍຊາວປຣາກວາຍ ຂົນໂຄເຄນໝັກກວ່າກິໂລ ກຽມຂຶ້ນເຮືອບິນເຂົ້າມາລາວ ທີ່ສຸວັນນະພູມ - ອິດສະຫຼະ

ເຈົ້າໜ້າທີ່ໄທຈັບຊາຍຊາວປຣາກວາຍ ຂົນໂຄເຄນໝັກກວ່າກິໂລ ກຽມຂຶ້ນເຮືອບິນເຂົ້າມາລາວ ທີ່ສຸວັນນະພູມ



ສຳນັກຂ່າວຜູ້ຈັດການຂອງໄທລາຍງານ 14 ມີນາ 2017 ວ່າ: ເມື່ອເວລາ 15:00-19:10 ຂອງວັນທີ 12 ມີນາ 2016 ເຈົ້າໜ້າທີ່ໄທໄດ້ກວດຜູ້ໂດຍສານຈາກເຮືອບິນ ຖ້ຽວບິນ EK384 ຊື່ OSCAR BENICIO IRALA LOPEZ ຖືໜັງສືເດີນທາງປະເທດປຣາກວາຍ (Paraguay) ເດີນທາງຈາກເມືອງເຊົາເປົາໂລ ປະເທດບຣາຊິນ ໂດຍປ່ຽນເຮືອບິນຈາກເມືອງດູໄບ  ປະເທດເອເມຣັດ ອາຣັບ (United Arab Emirates) ມາເຖິງສະໜາມບິນສຸວັນນະພູມ ເພື່ອປ່ຽນເຮືອບິນເດີນທາງໄປຍັງປາຍທາງທີ່ຫຼວງພະບາງ ສປປ.ລາວ.

ກວດພົບໂຄເຄນອັດເປັນກ້ອນຊຸກເຊື່ອງປົນມາໃນກະເປົ໋າເດີນທາງຈຳນວນ 7 ກ້ອນ, ນໍ້າໜັກປະມານ 1,250 ກຣາມ ເຈົ້າໜ້າທີ່ໄທໄດ້ຢຶດ ແລະ ສືບປາກຄຳໂດຍໃຊ້ລ່າມແປພາສາແອັດສະປາຍ (Spain) ແຕ່ບໍ່ສາມາດຂະຫຍາຍຜົນໄດ້ເນື່ອງຈາກບໍ່ໄດ້ຮັບຄວາມຮ່ວມມືຈາກຜູ້ຕ້ອງຫາ ຈຶ່ງໄດ້ມີການຈັບກຸມພ້ອມກັບຂອງກາງເພື່ອນຳສົ່ງດຳເນີນຄະດີຕາມກົດໝາຍ.

No comments

Powered by Blogger.