ນິວຢອກ-ນິວເຈີຊີ ປະກາດພາວະສຸກເສີນຮັບມືພາຍຸຫິມະ - ອິດສະຫຼະ

ນິວຢອກ-ນິວເຈີຊີ ປະກາດພາວະສຸກເສີນຮັບມືພາຍຸຫິມະ



ສຳນັກຂ່າວຕ່າງປະເທດລາຍງານ 14 ມີນາ 2017 ວ່າ: ນິວຢອກ ແລະ ນິວເຈີຊີ ໄດ້ປະກາດພາວະສຸກເສີນ ເນື່ອງຈາກພາຍຸຫິມະພັດເຂົ້າເມືອງ ເຮັດໃຫ້ເກີດສະພາບອາກາດທີ່ໜາວຈັດ ໂດຍສຳນັກງານສະພາບພູມອາກາດແຫ່ງຊາດຂອງສະຫະລັດ ອາເມຣິກາ ອອກປະກາດເຕືອນເລື່ອງສະພາບອາກາດທີ່ໜາວເຢັນໃນເຂດພາກຕາເວັນອອກສຽງເໜືອຂອງສະຫະລັດໄດ້ແກ່: ເພັນຊິວາເນຍ, ນິວເຈີຊີ, ນິວຢອກ ແລະ ຄອນເນກຕິກັດ.


No comments

Powered by Blogger.