8 ສິ່ງສຸດມະຫັດສະຈັນ ກ່ຽວກັບອະໄວຍະວະຂອງມະນຸດ - ອິດສະຫຼະ

8 ສິ່ງສຸດມະຫັດສະຈັນ ກ່ຽວກັບອະໄວຍະວະຂອງມະນຸດ



ລອງມາຄົ້ນຫາຄວາມມະຫັດສະຈັນທັງ 8 ທີ່ເກີນຂຶ້ນກັບຮ່າງກາຍມະນຸດ, ອະໄວຍະວະຕ່າງໆຂອງເຮົາ ທີ່ຖືກອອກແບບມາໃຫ້ມີສັດສ່ວນທີ່ສົມບູນແບບຢ່າງໜ້າເຫຼືອເຊື່ອ.

1. ໃບໜ້າຂອງເຮົາມີຄວາມຍາວເທົ່າຝາຕີນ: ມັນຈະເປັນເລື່ອງບັງເອີນຫຼືຢ່າງໃດກໍ່ບໍ່ຮູ້ ແຕ່ນີ້ຄືຄວາມເປັນຈິງລ້ວນໆ ໃບໜ້າຂອງມະນຸດເຮົາຈະມີຄວາມຍາວເທົ່າກັບຄວາມຍາວຂອງຝາຕີນ ເຖິງວ່າຈະພິສູດເລື່ອງນີ້ຈະບໍ່ຖະໜັດປານໃດ ແຕ່ຖ້າໃຜຢາກລອງກໍ່ສາມາດນຳຝາຕີນຂອງຕົນເອງຂື້ນມາແນບກັບໃບໜ້າໄດ້ ກໍ່ຈະຕະລຶງເລີຍວ່າເທົ່າກັນເປະ

2. ທ່ອນແຂນກໍ່ມີຄວາມຍາວເທົ່າກັບໜ້າເຊັ່ນກັນ: ຄວາມຍາວໃບໜ້າຂອງເຮົາມັນຍັງເທົ່າກັບຄວາມຍາວຂອງທ່ອນແຂນ ເຊິ່ງນັບຈາກຂໍ້ມູນລົງມາເຖິງບໍລິເວນຂໍ້ພັບຂອງຂໍ້ສອກ ບໍ່ເຊື່ອລອງເອົາມາທຽບກັບໜ້າເບິ່ງ ເທົ່າກັນພໍດີເລີຍ ແລະ ຖ້າຫາກທ່ອນແຂນມີຄວາມຍາວເທົ່າກັບໃບໜ້າ ໝາຍຄວາມວ່າທ່ອນແຂນຂອງເຮົາກໍ່ຍາວເທົ່າກັບຝາຕີນດ້ວຍເຊັ່ນກກັນ.

3. ຄວາມສູງຂອງເຮົາມີຄ່າເທົ່າກັບເມື່ອວາແຂນອອກຈົນສຸດ: ຄວາມມະຫັດສະຈັນຂອງຮ່າງກາຍມະນຸດຍັງບໍ່ໝົດເທົ່ານັ້ນ ເພາະເຮົາມີວິທີວັດແທກສ່ວນສູງຂອງເຮົາງ່າຍໆ ໂດຍທີ່ບໍ່ຕ້ອງໃຊ້ແມັດແທກຕັ້ງແຕ່ຫົວລົງມາຮອດຕີນແບບປົກກະຕິ ຫາກເຮົາຢາກຮູ້ຄວາມສູງຂອງເຮົາແບບຄ້າວໆ ພຽງແຕ່ວາແຂນທັງສອງຂ້າງອອກໃຫ້ສຸດ ແລ້ວແທກຈາກປາຍນິ້ວຂ້າງໜຶ່ງໄປຈົບເທິງປາຍນິ້ວອີກຂ້າງໜຶ່ງ ຈະພົບວ່າຄວາມຍາວທີ່ແທກໄດ້ນັ້ນມັນເທົ່າກັບລວງສູງຂອງເຮົາພໍດີ.

4. ມະນຸດເຮົາມີລຳໄສ້ທີ່ຍາວປະມານ 4 ເທົ່າຂອງສ່ວນສູງ: ຫາກມາເວົ້າເຖິງລຳໄສ້ຂອງເຮົາທີ່ຂັດກັນຢູ່ໃນທ້ອງກໍ່ຄົງຈະບໍ່ມີໂອກາດໄດ້ແທກກັນແລ້ວ ນີ້ມີພວກເຮົາມີຄຳຕອບແລ້ວ ມະນຸດໃນວັດເຕີບໃຫຍ່ເຕັມທີ່ ຈາກການພິສູດພົບວ່າຄວາມຍາວຂອງລຳໄສ້ຈະຍາວເປັນ 4 ເທົ່າຂອງສ່ວນສູງ ໂດຍສະເລ່ຍຢູ່ທີ່ປະມານ 5.5 - 7 ແມັດ ດັ່ງນັ້ນຄິດໄລ່ງ່າຍໆ ຫາກເຮົາສູງ 170 ຊັງຕີແມັດ ເຊິ່ງເປັນຄວາມສູງໂດຍທົ່ວໄປ ລຳໄສ້ຂອງເຮົາຈະຍາວ 680 ຊັງຕີແມັດ ຫຼື 6.8 ແມັດ.

5. ຄວາມຍາວຂອງຫົວ ມີອັດຕາສ່ວນແນ່ນອນກັບລຳຕົວ: ຫາກໃຜຮູ້ສູດອັດຕາສ່ວນຂອງຮ່າງກາຍມະນຸດທັງໝົດ ການຮູ້ຄວາມຍາວຂອງໃບໜ້ານັ້ນຊ່ວຍກະຄວາມສູງໂດຍປະມານໄດ້ອີກດ້ວຍ ນັບຕັ້ງແຕ່ແລກເກີດຂະໜາດຂອງລຳຕົວກັບຫົວຈະມີອັດຕາສ່ວນຢູ່ທີ່ 1:4 ໝາຍຄວາມວ່າຫາກນຳຫົວເຮົາມາຕໍ່ກັນ 4 ຄັ້ງກໍ່ຈະວັດແທກໄດ້ເຖິງປາຍຕີນ ໃນຂະນະທີ່ເມື່ອອາຍຸປະມານ 25 ປີຂຶ້ນໄປ ອັດຕາສ່ວນດັ່ງກ່າວຈະປ່ຽນມາເປັນ 1:8 ໝາຍຄວາມວ່າຫາກເຮົາສູງ 170 ຊັງຕີແມັດຫົວເຮົາຈະຍາວປະມານ 21.25 ຊັງຕີແມັດ.

6. ເສັ້ນເລືອດໃນຮ່າງກາຍມະນຸດຍາວກວ່າທີ່ເຮົາຄິດ: ໃຜຈະເຊື່ອວ່າມະນຸດທຳມະດາໆທົ່ວໄປ ເຊື່ອງຊ້ອນສິ່ງທີ່ໜ້າເຫຼືອເຊື່ອໄວ້ ແຕ່ມັນເປັນຄວາມຈິງ ສິ່ງທີ່ເຮົາກຳລັງຈະເວົ້າເຖິງນີ້ກໍ່ຄື ເສັ້ນເລືອດຂອງມະນຸດ ຫາກເຮົານຳເສັ້ນເລືອດທັງໝົດໃນຮ່າງກາຍເຮົາທັງເສັ້ນເລືອດໃຫຍ່, ນ້ອຍ ແລະ ເສັ້ນເລືອດຝອຍຕ່າງໆ ນຳມາຮຽງຕໍ່ກັນເປັນເສັ້ນດຽວມັນຈະມີຄວາມຍາວເຖິງ 96,500 ກິໂລແມັດ ຫຼື ເວົ້າໄດ້ວ່າຍາວເກືອບແສນກິໂລແມັດເລີຍ.

7. ຖ້າຢາກຮູ້ຄວາມຍາວຂອງມື ກໍ່ໃຫ້ວັດແທກຈາກຄວາມຍາວຂອງນິ້ວກາງ: ນິ້ວກາງນອກຈາກຈະເອົາໄວ້ຍົກກວນຕີນຊາວບ້ານແລ້ວ ມັນຍັງບົ່ງບອກໄດ້ຫຼາຍຢ່າງ ໜຶ່ງໃນນັ້ນກໍ່ຄືຄວາມຍາວຂອງຝາມືເຮົານັ້ນເອງ ລອງແບມືອອກເບິ່ງແລ້ວຕັ້ງຈຸດຢູ່ກົກນິ້ວກາງ ຈະພົບວ່າຄວາມຍາວທີ່ວັດແທກຂຶ້ນໄປຈົນສຸດນິ້ວຈະມີຄວາມຍາວເທົ່າກັບວັດແທກລົງລຸ່ມໄປຈົນເຖິງຂໍ້ມື ຫຼື ເວົ້າງ່າຍໆກໍ່ຄືຂະໜາດຝາມືເຮົາມີຄວາມຍາວເທົ່າກັບນິ້ວກາງນັ້ນເອງ.

8. ນິ້ວນາງບອກຄວາມເປັນຊາຍ: ໜ້າເຊື່ອຖືວ່າທຸກທິດສະດີ ຫາກຢາຮູ້ຂະໜາດອະໄວຍະວະເພດຊາຍ ໃຫ້ເບິ່ງນິ້ວນາງ ແຕ່ເລື່ອງນີ້ຕ້ອງໃຊ້ນິ້ວຊີ້ເຂົ້າຊ່ວຍ ທິດສະດີນີ້ມີການທົດສອບຈາກຜູ້ປ່ວຍທີ່ຕ້ອງເຂົ້າປິ່ນປົວໂລກທາງເດີນປັດສາວະ ພົບວ່າຜູ້ປ່ວຍຄົນໃດທີ່ມີນິ້ວນາງຍາວກວ່ານິ້ວຊີ້ ມີໂອກາດສູງທີ່ຂະໜາດອະໄວຍະວະເພດຈະຍາວກວ່າຂະໜາດມາດຕະຖານ ກັບກັນຫາກໃຜມີນິ້ວຊີ້ຍາວກວ່ານິ້ວນາງ ກໍ່ມີໂອກາດສູງທີ່ຈະມີອາວຸດທີ່ສັ້ນກວ່າຄົນອື່ນໆ

ແລະ ນັ້ນກໍ່ຄືຂໍ້ມູນຄວາມຈິງ ທີ່ໄດ້ຜ່ານການສຶກສາຄົ້ນຄວ້າມາຢ່າງຍາວນານຈາກທັງນັກວິທະຍາສາດ, ນັກຄະນິດສາດ ແລະ ສິລະປິນລະດັບໂລກ.

No comments

Powered by Blogger.