ເກົາຫຼີໃຕ້-ສະຫະລັດ ອາເມຣິກາ ເລີ່ມຊ້ອມຮົບພາຍໃຕ້ລະຫັດ Key Resolve - ອິດສະຫຼະ

ເກົາຫຼີໃຕ້-ສະຫະລັດ ອາເມຣິກາ ເລີ່ມຊ້ອມຮົບພາຍໃຕ້ລະຫັດ Key Resolve



ສຳນັກຂ່າວຕ່າງປະເທດລາຍງານ 13 ມີນາ 2017ວ່າ: ການຊ້ອມຮົບຈະໃຊ້ເວລາດົນ 2 ອາທິດໄປຈົນເຖິງວັນທີ 24 ມີນາ 2017 ເປັນການຊ້ອມການສັ່ງການດ້ວຍແບບຈຳລອງທາງຄອມພິວເຕີ ຫວັງເຕືອນໃຫ້ເກົາຫຼີເໜືອຢ່າດຳເນີນການຍຸແຍ່ອີກ ຫຼັງຈາກເກົາຫຼີເໜືອທົດສອບຍິງຂີປະນາວຸດທີ່ມີທິດທາງໄປປະເທດຍີ່ປຸ່ນ 4 ລູກເມື່ອວັນທີ 6 ມີນາທີ່ຜ່ານມາ


ສ່ວນການຊ້ອມຮົບລະຫວ່າງເກົາຫຼີໃຕ້ ແລະ ສະຫະລັດພາຍໃນລະຫັດ Foal Eagle ທີ່ເລີ່ມຕັ້ງ 1 ຕັ້ງແຕ່ 1 ມີນາ 2017 ຈະນຳເດີນຕໍ່ໄປຈົນເຖິງທ້າຍເດືອນເມສາ ເປັນການຊ້ອມຮົບພາກສະໜາມທັງສາມເລົ່າທັບ ແລະ ຈັດຂຶ້ນໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາ.

ໃນດ້ານຂອງສຳນັກຂ່າວເກົາຫຼີໃຕ້ລາຍງານວ່າ ກອງທັບອາກາດເກົາຫຼີໃຕ້ແຈ້ງມື້ນີ້ວ່າກຳລັງຊ້ອມການໂຈມຕີທາງອາກາດເປັນເວລາ 1 ອາທິດພາຍໃຕ້ຊື່ລະຫັດ Soring Eagle ທີ່ເນັ້ນເສີມສ້າງຄວາມສາມາດໃນກາຍຍິງທຳລາຍຂີປະນາວຸດສັດຕູ ແລະ ໂຈມຕີສະຖານທີ່ສຳຄັນໃນເກົາຫຼີເໜືອ ເກົາຫຼີໃຕ້ຈັດການຊ້ອມຮົບແບບນີ້ປີລະ 2 ຄັ້ງມາຕັ້ງແຕ່ປີ 2008.

No comments

Powered by Blogger.