ສົງຄາມໃນຊີຣີທີ່ດຳເນີນມາ 6 ປີ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 320,000 ຄົນ - ອິດສະຫຼະ

ສົງຄາມໃນຊີຣີທີ່ດຳເນີນມາ 6 ປີ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 320,000 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 13 ມີນາ 2017 ວ່າ: ຄູນສັງເກດການສິດທິມະນຸດ ເຊິ່ງມີສຳນັກງານຢູ່ໃນປະເທດອັງກິດກ່າວວ່າ ທາງສູນໄດ້ບັນທຶກຈຳນວນຜູ້ເສຍຊີວິດນັບຕັ້ງແຕ່ຄວາມຂັດແຍ່ງໃນຊີຣີ (Syria) ເລີ່ມເກີດຂຶ້ນເມື່ອເດືອນມີນາຄົມ 2011 ຈາກການປະທ້ວງຕໍ່ຕ້ານປະທານາທິບໍດີບາຊາ ອັນ-ອັວຊາດ ພົບວ່າ ມີຜູ້ເສຍຊີວິດທັງໝົດ 321,358 ຄົນ.


ຍອດຜູ້ເສຍຊີວິດເພີ່ມຂຶ້ນປະມານ 9,000 ຄົນ ນັບຕັ້ງແຕ່ລັດເຊຍ ທີ່ສະໜັບສະໜູນລັດຖະບານຊີຣີ ແລະ ຕວັກກີ (Turkey) ທີ່ສະໜັບສະໜູນກຸ່ມກະບົດ ໄດ້ເຂົ້າຮ່ວມເຈລະນາບັນລຸຂໍ້ຕົກລົງຢຸດຍິງ ເຊິ່ງຫຼັງຈາກມີຂໍ້ຕົກລົງຢຸດຍິງຍອດຜູ້ເສຍຊີວິດໃນໄລຍະ 3 ເດືອນທີ່ຜ່ານມາຫຼຸດລົງ.


ເຖິງຈະຍັງມີຜູ້ເສຍຊີວິດຢູ່ແຕ່ກໍ່ເພີ່ມໃນລະດັບໜ້ອຍລົງ ຈຳນວນຜູ້ເສຍຊີວິດຫຼ້າສຸດນັ້ນກວ່າ 96,000 ຄົນ ເປັນປະຊາຊົນ ເຊິ່ງເປັນເດັກນ້ອຍກວ່າ 17,400 ຄົນ ແລະ ອີກເກືອບ 11,000 ຄົນເປັນແມ່ຍິງ ສ່ວນທີ່ເປັນກຸ່ມທີ່ກ່ຽວຂ້ອງກັບການສູ້ຮົບນັ້ນເປັນທະຫານລັດຖະບານ 60,900 ຄົນ, ກອງກຳລັງສະໜັບສະໜູນ 45,000 ຄົນ ແລະ ອີກ 8,000 ຄົນ ເປັນນັກຮົບຕ່າງຊາດທີ່ພັກດີຕໍ່ລັດຖະບານປະທານາທິບໍດີອັສຊາດ, ສ່ວນກຸ່ມກະບົດເສຍຊີວິດ 55,000 ຄົນ ສ່ວນໃຫຍ່ເປັນສະມາຊິກກຸ່ມລັດອິດສະລາມ ຫຼື ISIS.

No comments

Powered by Blogger.