ໃນທ້າຍເດືອນນີ້ ງານຕະຫຼາດນັດວັງວຽງ ຈະໄດ້ຈັດຂຶ້ນ - ອິດສະຫຼະ

ໃນທ້າຍເດືອນນີ້ ງານຕະຫຼາດນັດວັງວຽງ ຈະໄດ້ຈັດຂຶ້ນ



ໃນຕອນເຊົ້າວັນທີ 13 ມີນາ 2017 ຢູ່ທີ່ ສະມາຄົມນັກຂ່າວ ແຫ່ງປະເທດລາວ ໄດ້ຈັດງານຖະແຫຼງຂ່າວ ການເປີດງານມະຫະກຳຕະຫຼາດນັດວັງວຽງ​ ຄັ້ງ​ທຳອິດ ປະຈໍາ 2017 ເຊິ່ງຈະຈັດ​ຂຶ້ນ ​ລະຫວ່າງ​ວັນ​ທີ 18-24 ມີນາ ທີ່​ຈະ​ເຖິງ​ນີ້ ທີ່​ເມືອງວັງວຽງ ແຂວງ ວຽງຈັນ. (ສະໜາມບິນເກົ່າ) ເຊິ່ງ​ຈະໄດ້​ລວມ​ເອົາ​ຜະລິດ​ຕະພັນ ​​ພາຍໃນທ້ອງຖີ່ນ, ສິນຄ້າ (ODOP) ​ເພື່ອ​ເພີ່ມ​ມູນ​ຄ່າ​ໃຫ້​ກັບ​ສິນຄ້າ ເຄື່ອງ​ຫັດຖະກຳ​ ແລະ ອື່ນໆ.

ງານຕະຫຼາດນັດວັງວຽງ ຄັ້ງ​ທຳອິດນີ້ ເປັນ​ການ​ຮ່ວມມື​ກັນ​ ລະຫວ່າງ ອຳນາດການປົກຄອງເມືອງວັງວຽງ ​ແລະ ບໍລິສັດ ທີເອັນເຄ ​​ໂດຍ​ໄດ້​ເຊື້ອ​ເຊີນ​ເອົາ​ບັນດາ​ຫົວໜ່ວຍທຸລະ​ກິດ​ ​ທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ  ​ເພື່ອ​​ນຳ​ເອົາ​ຜະລິດ​ຕະພັນ​ຂອງ​ຕົນ​ ມາ​ວາງສະ​ແດງ​ຫຼາຍກວ່າ 100 ຫົວໜ່ວຍ ​ທັງ​ເປັນ​ການ​ສົ່ງ​ເສີມ​ການ​ຊື້-​ຂາຍ​ສິນຄ້າ ​ແລະ ຊອກ​ລູກ​ຄ້າ​ນຳ​ອີກ, ​ ເປີດ​ໂອກາດ​ໃຫ້​ຜູ້​ຊື້​ເຂົ້າ​ເຖິງ​ຜູ້​ຜະລິດ​ໂດຍ​ກົງ. ນອກ​ຈາກນັ້ນ​, ຍັງ​ເປັນ​ການ​ໂຄສະນາໃຫ້​ສັງ ຄົມ​ໄດ້​ຮູ້ຈັກກ່ຽວກັບ​ຜະລິດ​ຕະພັນພາຍໃນ ແລະ ແຫຼ່ງທ່ອງທ່ຽວໃນເມືອງວັງວຽງ ​ໃຫ້ຫຼາຍ​ຂຶ້ນຕື່ມ. ​ ນອກຈາກ​ນີ້, ພາຍ​ໃນ​ງານ​ຍັງ​ມີ​ສິນຄ້າທີ່ມາຈາກຕ່າງປະເທດເຂົ້າຮ່ວມເຊັ່ນ; ສິນຄ້າ (ODOP) ຈາກ ສສ ຫວຽດນາມ, ຈີນ ແລະ ໄທ ຕື່ມອີກ.

No comments

Powered by Blogger.