ຈີນເລັ່ງເພີ່ມພູນແນວຄິດທິດສະດີການເມືອງ "ສັງຄົມນິຍົມ" ອັນຖືກຕ້ອງໃຫ້ນັກຮຽນນັກສຶກສາ - ອິດສະຫຼະ

ຈີນເລັ່ງເພີ່ມພູນແນວຄິດທິດສະດີການເມືອງ "ສັງຄົມນິຍົມ" ອັນຖືກຕ້ອງໃຫ້ນັກຮຽນນັກສຶກສາ



ສຳນັກຂ່າວຕ່າງປະເທດລາຍງານ 13 ມີນາ 2017 ວ່າ: ທ່ານ ເສີນ ເປົາເຊິງ ລັດຖະມົນຕີກະຊວງສຶກສາທິການຂອງຈີນກ່າວໃນການຖະແຫຼງນອກກອບລະຫວ່າງການປະຊຸມສະພາປະຊາຊົນແຫ່ງຊາດ ເມື່ອວັນອາທິດທີ່ຜ່ານມາລະບຸວ່າ ຈາກການລົງພື້ນທີ່ກວດສອບການຮຽນການສອນດ້ານການເມືອງ ທີ່ວິທະຍາໄລ ແລະ ມະຫາວິທະຍາໄລຕ່າງໆພົບວ່າ ລະດັບການມີສ່ວນຮ່ວມຂອງນັກຮຽນນັກສຶກສາໃນຊັ້ນຮຽນໃນເລື່ອງແນວຄິດ ແລະ ທິດສະດີການເມືອງຍັງຢູ່ໃນລະດັບຕໍ່າ.

ທ່ານ ເສີນ ກ່າວເຖິງຄວາມບໍ່ເໝາະສົມ ແລະ ສອດຄ່ອງຂອງເນື້ອໃນໂດຍລະບຸວ່າ ນັກຮຽນນັກສຶກສາຈຳເປັນຕ້ອງໄດ້ຮັບການຊີ້ນຳດ້ວຍຄຸນຄ່າອັນເປັນແກ່ນແທ້ຂອງລະບອບສັງຄົມນິຍົມຈີນ ເພື່ອຫຼໍ່ຫຼອມການເຕີບໃຫຍ່ທາງການເມືອງແນວຄິດທີ່ຖືກຕ້ອງ ນອກຈາກນີ້ເຂົາເຈົ້າຍັງຄວນຕ້ອງສຶກສາວັດທະນະທຳຈີນດັ້ງເດີມ, ວັດທະນະທຳປະຕິບັດ ແລະ ວັດທະນະທຳສັງຄົມນິຍົມຊັ້ນສູງ ເພື່ອກຽມໃຫ້ນັກສຶກສາເຫຼົ່ານີ້ພ້ອມທີ່ຈະຕາມແນວທາງສັງຄົມນິຍົມຕໍ່ໄປໃນອະນາຄົດ.


No comments

Powered by Blogger.